ເວທີສົນທະນາອອນໄລນ໌ປະຈຳວັນສຸກ SUN CSA ຄັ້ງວັນທີ 18 ສິງຫາ 2023

ເວທີສົນທະນາປະຈຳວັນສຸກຂອງ SUN CSA: ໄຂ້ຍຸງລາຍ: ອາການ, ສາເຫດ, ການປ້ອງກັນ ແລະ ວິທີການໃໝ່ໃນການຫຼຸດຜ່ອນການສົ່ງເຊື້ອ. ວັນທີ: ວັນສຸກ ທີ 18 ສິງຫາ 2023, ເວລາ 9-10 ໂມງ ຜູ້ນຳສະເໜີ: ດຣ. ພຸດມະນີ ທຳມະວົງ, ຜູ້ຈັດການໂຄງການ WMP, ອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ ພະຍາດໄຂ້ຍຸງລາຍຖືເປັນໜຶ່ງໃນສາເຫດການເສຍຊີວິດຂອງເດັກ ແລະ ເປັນໜຶ່ງໃນພະຍາດທີ່ພົວພັນກັບໂພຊະນາການ ທີ່ລັດຖະບານລາວໄດ້ໃຫ້ຄວາມສຳຄັນ ໂດຍການມີມາດຕະການໃນການປ້ອງກັນ ແລະ ຄວບຄຸມ, ອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ໄດ້ເຮັດວຽກຮ່ວມກັບກົມອະນາໄມ ແລະ ປ້ອງກັນພະຍາດ, ກະຊວງສາທາລະນະສຸກ ເພື່ອຈັດຕັ້ງປະຕິບັດໂຄງການທົດລອງຈັດຕັ້ງປະຕິບັດນໍາໃຊ້ຍຸງລາຍບ້ານ ທີ່ມີເຊື້ອແບັກທີເຣຍໂວບັກເຄຍ ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ, ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບຄວາມຄືບໜ້າຂອງໂຄງການ ແລະ ວິທີເຮັດກິດຈະກໍາປູກຈິດສໍານຶກກ່ຽວກັບພະຍາດໄຂ້ເລືອດອອກເຂົ້າໃນໂຄງການຂອງພວກທ່ານທີ່ ໃນເວທີສົນທະນາ SUN CSA ໃນວັນສຸກນີ້. ລາຍການສົນທະນາຂອງ SUN CSA […]