ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ຄັ້ງວັນທີ 3 ກຸມພາ 2023

ໄຂ້ຍຸງລາຍຖືເປັນໜຶ່ງໃນສາເຫດການເສຍຊີວິດຂອງເດັກ ແລະ ເປັນໜຶ່ງໃນພະຍາດທີ່ພົວພັນກັບໂພຊະນາການ ທີ່ລັດຖະບານລາວໄດ້ໃຫ້ຄວາມສຳຄັນ ໂດຍການມີມາດຕະການໃນການປ້ອງກັນ ແລະ ຄວບຄຸມ, ອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ໄດ້ເຮັດວຽກຮ່ວມກັບກົມອະນາໄມ ແລະ ປ້ອງກັນພະຍາດ, ກະຊວງສາທາລະນະສຸກ ເພື່ອຈັດຕັ້ງປະຕິບັດໂຄງການທົດລອງຈັດຕັ້ງປະຕິບັດນໍາໃຊ້ຍຸງລາຍບ້ານ ທີ່ມີເຊື້ອແບັກທີເຣຍໂວບັກເຄຍ ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ມາຮູ້ຈັກເພີ່ມເຕີມກ່ຽວກັບການເຮັດວຽກເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໃນເວທີສົນທະນາ SUN CSA ໃນວັນສຸກນີ້.ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ. ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA: 1. ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ. 2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ. 3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້. […]

Loading...