ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມແລກປ່ຽນບົດຮຽນວຽກງານນ້ຳ, ສຸຂາພິບານ ແລະ ອະນາໄມ ໃນ ສປປ ລາວ ເພື່ອໄປສູ່ການຢຸດຕິການຖ່າຍຊະຊາຍ ໃນ ປີ 2025

ຂໍສະແດງຄວາມຊົມເຊີຍບັນດາອົງກອນສະມາຊິກ SUN CSA Plan International Laos, ADRA Laos, Enhancing Nutrition of Upland Farming Families – ENUFF, World Vision Laos, Caritas Luxembourg in Lao PDR, Rural Development Agency RDA. ທີ່ໄດ້ສະໜັບສະໝູນການຈັດຕັ້ງປະຕິບັດວຽກງານນໍ້າ, ສຸະພິບານ ແລະ ອະນາໄມໃນຂອບເຂດທົ່ວປະເທດ. ພວກທ່ານລ້ວນແລ້ວແຕ່ໄດ້ປະກອບສ່ວນສຳຄັນເຂົ້າໃນ ເປົ້າໝາຍແຫ່ງການບັນລຸການຢຸດຕິການຖ່າຍຊະຊາຍ ປີ 2025! ກອງປະຊຸມແລກປ່ຽນບົດຮຽນວຽກງານນໍ້າ, ສຸະພິບານ ແລະ ອະນາໄມໃນ ສປປ ລາວ ເພື່ອກ້າວໄປສູ່ການຢຸດຕິການຖ່າຍຊະຊາຍ ປີ 2025 ຈະໄດ້ຈັດຂຶ້ນເປັນເວລາ 2 ວັນ, 29-30 ກັນຍາ 2022, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ.