ລາຍການສົນທະນາອອນລາຍປະຈຳວັນສຸກ: ພົດຈະນານຸກົມກ່ຽວກັບວຽກງານໂພຊະນາການ, ຄັ້ງວັນທີ 2 ກັນຍາ 2022

ຖ້າທ່ານຕ້ອງການເປັນສ່ວນໜຶ່ງໃນການສັງລວມຄຳສັບສຳລັບວຽກງານໂພຊະນາການຄັ້ງນີ້ ເພື່ອໃຊ້ເປັນບ່ອນອີງໃນການນຳໃຊ້ຄຳສັບທີ່ມີຄວາມໝາຍຖືກຕ້ອງ, ທ່ານສາມາດເຂົ້າຮ່ວມການປຶກສາຫາລືໃນເວທີສົນທະນາ SUN CSA ໃນວັນສຸກນີ້ໄດ້. ພວກເຮົາຂໍໃຫ້ທ່ານສຶກສາເບິ່ງລາຍການຄຳສັບທີ່ຄັດຕິດມາພ້ອມນີ້ກ່ອນເຂົ້າຮ່ວມການສົນທະນາ. ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ. ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA: 1. ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ. 2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ. 3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້. ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ. ຖ້າທ່ານໃດຕ້ອງການທີ່ຈະເຂົ້າຮ່ວມກິດຈະກຳແມ່ນສາມາດຂໍລິ້ງເຂົ້າຮ່ວມໄດ້ທີ່ info@suncsalaos.org