ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ແຜນງານ YEE ແລະ ບົດຮຽນກ່ຽວກັບແນວທາງປະຕິບັດທີ່ດີທີ່ສຸດ-ເຄື່ອງຢອດເມັດເຂົ້າຄັ້ງວັນທີ 1 ກໍລະກົດ 2022

ຊົມເຊີຍທີມງານໂຄງການ REAL, ມີຫຼາຍຄົນໄດ້ຮຽນຮູ້ຫຼາຍຢ່າງຈາກທ່ານໃນມື້ນີ້!  ໃນມື້ນີ້ມີພະນັກງານຫຼາຍກວ່າ 30 ທ່ານ ຈາກອົງກອນສະມາຊິກຂອງ SUN CSA ໄດ້ເຂົ້າຮ່ວມການສົນທະນາທີ່ທີ່ສຸດຕື່ນເຕັ້ນໃນເວທີສົນທະນາອອນໄລນ໌ຂອງ SUN CSA ໃນຫົວຂໍ້ “ບົດຮຽນຈາກໂຄງການ REAL (ວິສາຫະກິດໃນຊົນນະບົດເພື່ອການດຳລົງຊີວິດທີ່ອີງໃສ່ກະສິກຳ) ກ່ຽວກັບນຳໃຊ້ເຕັກໂນໂລຊີທີ່ເໝາະສົມ: ເຄື່ອງຈັດຢອດເມັດເຂົ້າໃນລະດູແລ້ງ)”. ໂຄງການ REAL ເປັນໜຶ່ງໃນ 4 ໂຄງການພາຍໃຕ້ແຜນງານສ້າງຄວາມເຂັ້ມແຂງດ້ານເສດຖະກິດຂອງໄວໜຸ່ມ (YEE) ຊຶ່ງເປັນຂົງເຂດບຸລິມະສິດໃໝ່ຂອງ Plan; ໂຄງການ REAL ແມ່ນເນັ້ນໃສ່ກິດຈະກຳເພື່ອສະໜັບສະໜູນການດຳລົງຊີວິດ (ການຜະລິດກະສິກຳ), ເພື່ອແນໃສ່ເພີ່ມລາຍຮັບຂອງຄົວເຮືອນຂອງປະຊາຊົນຢູ່ແຂວງບໍ່ແກ້ວ ໂດຍການສະໜັບສະໜູນດ້ານກະສິກຳເຊີງນະວັດຕະກຳ ແລະ ການພັດທະນາຕ້ອງໂສ້ມູນຄ່າ ໃຫ້ແກ່ຊາວນາ.   ຂໍສະແດງຄວາມຂອບໃຈມາຍັງ ທ່ານ ອຸ່ນແກ້ວ ປະຖັມມະວົງ ພ້ອມດ້ວຍທີມ ທີ່ໄດ້ມາແລກປ່ຽນບົດຮຽນຈາກໂຄງການຂອງທ່ານ ແລະ ເຮັດໃຫ້ຄວາມມີໃຈຮັກໃນການເຮັດວຽກເພື່ອໃຫ້ປະຊາຊົນລາວມີຊີວິດການເປັນຢູ່ທີ່ດີຂຶ້ນຂອງພວກເຮົາເພີ່ມຂຶ້ນຕື່ມ.   ຂໍຂອບໃຈທຸກທ່ານຈາກ Plan Internation Laos, FPTK, AMA Laos, APL+, PSI, Oxfam, MHP, […]