ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ສຸຂະພາບໃນໄລຍະທີ່ເປັນປະຈຳເດືອນ – ຜ້າອະນາໄມແບບຊັກໄດ້ ຄັ້ງວັນທີ24 ມິຖຸນາ 2022

ເປັນອີກໜຶ່ງການສົນທະນາທີ່ມີສີສັນຫຼາຍ! ຂໍຂອບໃຈມາຍັງ ທ່ານ ນາງ ສົມໄໝ ອິນຕະວົງ ຈາກ CARE ທີ່ໄດ້ມາແນະນຳໃຫ້ພວກເຮົາຮູ້ຈັກຜະລິດຕະພັນທີ່ຖືກຜະລິດໃນ ສປປ ລາວ – ຜ້າອະນາໄມແບບຊັກໄດ້ ທີ່ເປັນສ່ວນໜຶ່ງໃນໂຄງການສຸຂະພາບໃນເວລາເປັນປະຈຳເດືອນ. ພະນັກງານເກືອບ 30 ທ່ານຈາກ CSOs ໃນທົ່ວປະເທດລາວ ໄດ້ເຂົ້າຮ່ວມ ແລະ ສົນທະນາກ່ຽວກັບຫົວຂໍ້ນີ້ຢູ່ໃນເວທີສົນທະນາອອນໄລນ໌ຂອງພວກເຮົາໃນມື້ນີ້. CARE ກຳລັງເຮັດວຽກເພື່ອຊ່ວຍຝຶກອົບຮົມກ່ຽວກັບວິທີການຜະລິດຜ້າອະນາໄມແບບຊັກໄດ້ ໃຫ້ແກ່ພະນັກງານໃນໂຮງງານຕັດຫຍິບ ເຊິ່ງຈະໄດ້ເປັນກຳລັງການຜະລິດຜ້າອະນາໄມແບບຊັກໄດ້, ພາຍຫຼັງສຳເລັດການຜະລິດແລ້ວ ຈະໄດ້ນຳໄປມອບໃຫ້ແກ່ແມ່ຍິງໃນເຂດຊຸມຊົນເປົ້າໝາຍ ເພື່ອໃຫ້ເຂົາເຈົ້າສາມາດນຳໃຊ້ຜ້າອະນາໄມທີ່ສະອາດ, ລາຄາບໍ່ແພງ ແລະ ເປັນມິດກັບສິ່ງແວດລ້ອມ. ສິ່ງທີ່ອົງການແຄຣ໌ກຳລັງຈັດຕັ້ງປະຕິບັດຢູ່ນີ້ ແມ່ນມີຜົນປະໂຫຍດຕໍ່ກັບແມ່ຍິງ ແລະ ເດັກຍິງຜູ້ທີ່ເຂົ້າເຖິງຜ້າອະນາໄມທີ່ສະອາດໃນເວລາເປັນປະຈຳເດືອນໄດ້ຍາກ ຍ້ອນການສະໜອງທີ່ຈຳກັດ ແລະ ບໍ່ມີເງິນຊື້. ພວກເຮົາຫວັງວ່າອົງການ CARE ຈະສາມາດຫາໂອກາດໃນການເຮັດວຽກກັບ CSOs ແລະ ຄູ່ຮ່ວມພັດທະນາອື່ນໆ ສຳລັບໂຄງການໄລຍະຕໍ່ໄປ ແລະ ສາມາດຂະຫຍາຍພື້ນທີ່ຈັດຕັ້ງປະຕິບັດພາຍໃນປະເທດໃຫ້ກວ້າຂຶ້ນຕື່ມ. ຂໍຂອບໃຈມາຍັງອົງການ Plan ທີ່ມາຮ່ວມແລກປ່ຽນກ່ຽວກັບສະລິບອະນາໄມແບບຊັກໄດ້ ຊຶ່ງເປັນໜຶ່ງໃນເຄື່ອງມືທີ່ຖືກນໍາໃຊ້ເຂົ້າໃການຈັດຕັ້ງປະຕິບັດໂຄງການໄວໜຸ່ມ ແລະ ສຸຂະພາບ ຂອງອົງການແພລນ. […]

Loading...