ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VII ແລະ ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2021

ຂໍສະແດງຄວາມຊົມເຊີຍມາຍັງລັດຖະບານລາວ ຕໍ່ຜົນສຳເລັດຂອງກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 7 ທີ່ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2022! ກອງປະຊຸມດັ່ງກ່າວແມ່ນເປັນປະທານຮ່ວມໂດຍ ພະນະທ່ານ ປອ ກິແກ້ວ ໄຂຄໍາພິທູນ , ຮອງນາຍົກລັດຖະມົນແຫ່ງ  ສປປ ລາວ, ປະທານຄະນະກາໍມະການແຫ່ງຊາດດາ້ນໂພຊະນາການ, ທ່ານ ນາງ ອິນາ ມາຊິອຸຍຣິໂອນີເຕ ເອກອັກຄະລັດຖະທດູ ສະຫະພາບເອີຣົບ ປະຈາໍ ສປປ ລາວ, ແລະ ດຣ. ເພຍ ເຣເບລໂລ ບຣິດໂຕ, ຕາງໜາ້ ອົງການຢູນີເຊັບ ປະຈຳ ສປປ ລາວ. ພາກລັດຖະບານໄດ້ລາຍງານຜົນສຳເລັດ, ດ້ານດີ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດວຽກງານຟພຊະນາການ ແລະ ແຜນປະຕິບັດງານ ໃນປີ 2021, ລວມເຖິງບຸລິມະສິດສຳລັບປີ 2022. ຄູ່ຮ່ວມງານຫຼາຍພກສ່ວນເຊັ່ນ: ບັນດາອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ, ມະຫາວິທະຍາໄລ ແລະ ຄູ່ຮ່ວມພັດທະນາ ໄດ້ປະກອບຄຳເຫັນກ່ຽວກັບຜົນສຳເລັດ […]

Loading...