ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ວິທີດຳເນີນການສຳພາດແມ່ ໃນໂຄງການຄັດເລືອກໂຮງໝໍຕົວແບບສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ວັນທີ 28 ມັງກອນ 2022

ມີຫຼາຍກວ່າ 20 ທ່ານຈາກອົງກອນສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນຫົວຂໍ້ທຳອິດຂອງປີ 2022 ໃນມື້ນີ້. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ວິທີການສະໜັບສະໜູນຂອງ Save the Children ໃນການສະໜັບສະໜູນລັດຖະບານລາວ ເພື່ອລິເລີ່ມໂຄງການໂຮງໝໍຕົວແບບການລ້ຽງລູກດ້ວຍນໍ້ານົມແມ່ໃນປະເທດລາວ ນັບຕັ້ງແຕ່ເລີ່ມຕົ້ນຈົນສາມາດປະກາດໄດ້ໂຮງໝໍຕົວແບບ 2 ແຫ່ງທຳອິດໃນທ້າຍເດືອນພະຈິກ 2021 ທີ່ຜ່ານມາ, ລວມມີການກຳນົດ ແລະ ອອກແບບເຄື່ອງມືທີ່ຈະໃຊ້ໃນການປະເມີນ ແລະ ການວິເຄາະ. ໃນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງວິທີໃນການດຳເນີນການສຳພາດແມ່ໂດຍອົງການຊ່ວຍເຫຼືອເດັກ, ຊຶ່ງເປັນໜຶ່ງໃນເຄື່ອງມືທີ່ສຳຄັນສຳລັບການປະເມີນດັ່ງກ່າວ.   ໂຄງການໂຮງໝໍຕົວແບບການລ້ຽງລູກດ້ວຍນໍ້ານົມແມ່ ຍັງຈະຖືກຈັດຕັ້ງປະຕິບັດຢູ່ຂັ້ນເມືອງນຳ (ໂຮງໝໍເມືອງ ແລະ ສຸກສາລາ – ໃນອະນາຄົດ). ບັນດາອົງກອນສະມາຊິກ SUN CSA ສາມາດເຂົ້າໄປມີສ່ວນຮ່ວມໃນການສະໜັບສະໜູນໂຄງການດັ່ງກ່າວໄດ້ ໂດຍການແນະນຳກ່ຽວກັບໂຄງການດັ່ງກ່າວນີ້ໃຫ້ແກ່ບັນດາໂຮງໝໍຢູ່ໃນເມືອງເປົ້າໝາຍທີ່ຕົນເອງເຮັດວຽກຮ່ວມ ແລະ ຍັງສາມາດແນະນຳໂຮງໝໍທີ່ມີເງື່ອນໄຂທີ່ຈະສາມາດເປັນໂຮງໝໍຕົວແບບການລ້ຽງລູກດ້ວຍນໍ້ານົມແມ່ໃຫ້ແກ່ທີມງານຂອງ Save the Children ໄດ້.  ຂໍຂອບໃຈເປັນພິເສດມາຍັງ ທ່ານ ນາງ ພູມມະນີສອນ ອຸ່ນເມືອງສັກ ຈາກ […]