ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ບົດລາຍງານປະຈຳປີ SUN CSA 2021

ບົດລາຍງານປະຈຳປີ 2021 ຂອງ SUN CSA ລາວ ໄດ້ສະຫຼຸບກ່ຽວກັບຜົນສຳເລັດອັນສຳຄັນຂອງອົງກອນສະມາຊິກ SUN CSA ລາວ ຈຳນວນ 67 ອົງກອນ ຕະຫຼອດໄລຍະປີ 2021. ຊຶ່ງລວມມີ ຜົນຂອງການສຳຫຼວດໂຄງການໂພຊະນາການຂອງສະມາຊິກ SUN CSA ທີ່ໄດ້ດຳເນີນໃນເດືອນທັນວາ 2021. ນອກຈາກນີ້, ຍັງສັງລວມກ່ຽວກັບກິດຈະກຳທີ່ສະມາຊິກໄດ້ຈັດຕັ້ງປະຕິບັດຮ່ວມກັນໃນເຄືອຂ່າຍ SUN CSA. ພວກເຮົາຍັງໄດ້ສະຫຼຸບຜົນສຳເລັດອັນສຳຄັນຂອງພວກເຮົາໃນວີດີໂອສົ່ງທ້າຍປີ ຢູ່ໃນເຟສ໌ບຸກ ພວກເຮົາຂໍສະແດງຄວາມຂອບໃຈມາຍັງອົງກອນສະມາຊິກທຸກອົງກອນ ສຳລັບຄວາມພະຍາຍາມຮ່ວມກັນໃນປີທີ່ຜ່ານມາ. ນອກຈາກນີ້, ພວກເຮົາຍັງຂໍສະແດງຄວາມຂອບໃຈມາຍັງຜູ້ໃຫ້ທຶນຫຼາຍກວ່າ 37 ພາກສ່ວນ ຜູ້ທີ່ໃຫ້ການສະໜັບສະໜູນອົງກອນສະມາຊິກຂອງພວກເຮົາ ແລະ ບັນດາກະຊວງ, ພະແນກການ ແລະ ບຸກຄະລາກອນພາກລັດ ໃນຂອບເຂດທົ່ວປະເທດ ສຳລັບ ຄວາມຮ່ວມມືຢ່າງຕໍ່ເນື່ອງສຳລັບວຽກງານໂພຊະນາການ. ທ່ານສາມາດເບິ່ງຂໍ້ມູນຂ່າວສານເພີ່ມເຕີມກ່ຽວກັບຜົນກະທົບທີ່ພວກເຮົາໄດ້ສ້າງຮ່ວມກັນ ໄດ້ທີ່ເວັບໄຊທ໌, ເຟສ໌ບຸກເພຈ໌, ເຟສ໌ບຸກກຣຸບ ແລະ ຢູທູບ. ຖ້າທ່ານມີຄຳຖາມເພີ່ມເຕີມ ສາມາດສົ່ງອີເມລ໌ຫາກອງເລຂາໄດ້.