ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ລາຍການສົນທະນາປະຈຳວັນສຸກ (SUN CSA Friday Hangout) ໃນວັນທີ 8 ຕຸລາ ປີ 2021 – ບົດຮຽນສຳຄັນໃນການນຳໃຊ້ເຄື່ອງມືບົດບາດຍິງ-ຊາຍຂອງໂຄງການ

ຂໍຂອບໃຈທັງ 48 ທ່ານທີ່ໄດ້ເຂົ້າຮ່ວມລາຍການສົນທະນາປະຈຳວັນສຸກຂອງ SUN CSA ໃນວັນທີ 8 ຕຸລາ 2021, ເປັນການສົນທະນາກ່ຽວກັບບົດຮຽນທີ່ຖອດຖອນໄດ້ ຈາກການນຳໃຊ້ເຄື່ອງມືດ້ານບົດບາດຍິງ-ຊາຍ ຂອງໂຄງການ SCALING ເຊັ່ນ: ກຸ່ມທ້ອນເງິນຂອງແມ່ຍິງຂັ້ນບ້ານ ແລະ ການແບ່ງເບົາວຽກຂອງແມ່ຍິງ. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບສິ່ງສຳຄັນທີ່ຄວນເອົ່ໃຈໃສ່ ເພື່ອຊ່ວຍໃຫ້ການນຳໃຊ້ເຄື່ອງມືມີປະສິດທິພາບ, ລວມເຖິງສິ່ງທ້າທາຍ, ການປ່ຽນແປງ ແລະ ຜົນໄດ້ຮັບ ທີ່ເກີດຈາກການນຳໃຊ້ເຄື່ອງມືດັ່ງກ່າວ.