ກອງປະຊຸມສາມັນປະຈຳປີຂອງ CSA ເພື່ອປັບປຸງໂພຊະນາການຜ່ານການປະສານງານ ແລະ ການຮຽນຮູ້

ອົງການຈັດຕັ້ງຂອງລາວ ແລະ ສາກົນຫຼາຍກວ່າ 40 ອົງກອນໄດ້ພົບປະກັນໃນກອງປະຊຸມສາມັນປະຈຳປີຂອງເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົມເສີມໂພຊະນາການ (SUN CSA) ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໃນວັນທີ 30 ມີນາ 2021. SUN CSA ເປັນເຄືືອຂ່າຍທີ່ປະກອບດ້ວຍອົງການຈັດຕັ້ງທາງສັງຄົມ 76 ອົງກອນ, ຊຶ່ງປະກອບມີອົງການຈັດຕັ້ງສາກົນ 27 ອົງກອນ ແລະ ອົງການຈັດຕັ້ງພາຍໃນປະເທດ 49 ອົງກອນ ທີ່ເຮັດວຽກຮ່ວມກັນເພື່ອປັບປຸງສະຖານະດ້ານໂພຊະນາການຂອງປະຊາຊົນໃນທົ່ວປະເທດ. ສະມາຊິກ SUN CSA ບັນລຸເປົ້າໝາຍໃນການປັບປຸງໂພຊະນາການໂດຍຜ່ານການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ຫຼາຍກວ່າ 56 ໂຄງການ ໃນປີທີ່ຜ່ານມາ, ຊຶ່ງສາມາດຊ່ວຍຄົນໄດ້ໂດຍກົງຫຼາຍກວ່າ 1 ລ້ານຄົນ. ໂຄງການທັງໝົດແມ່ນມີການຮ່ວມມືກັນຢ່າງໃກ້ຊິດກັບລັດຖະບານ ແຫ່ງ ສປປ ລາວ ແລະ ໄດ້ຮັບການສະໜັບສະໜຸນຈາກຜູ້ໃຫ້ຈາກທຶນສາກົນເຊັ່ນ ສະຫະພາບເອີຣົບ. ຄວາມພະຍາຍາມຂອງສະມາຊິກ SUN CSAແມ່ນໄດ້ສະໜັບສະໜຸນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນການປະຕິບັດງານ ຂອງລັດຖະບານແຫ່ງ ສປປ ລາວ ກອງປະຊຸມສາມັນປະຈຳປີຖືເປັນໂອກາດໃນການແລກປ່ຽນຂໍ້ມູນຂ່າວສານ […]