ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ຂໍເຊິນແຂກທຸກທ່ານເຂົ້າຮ່ວມປະຊຸມສົນທະນາຮ່ວມ ແລກປ່ຽນປະສົບການຕໍ່ກັບວຽກງານໂພຊະນາການ ໃນກອງປະຊຸມປະຈຳປີ ຂອງເຄືອຂ່າຍຈັດຕັ້ງທາງສັງຄົມເພື່ອສົງເສີມ ໂພຊະນາການ (SUN CSA) ທີ່ໂຮງແຮມ ວັນຊະນະ ໃນວັນທີ 22-23 ມິນາ 2016

ສະບາຍດີທຸກໆທ່ານທີ່ເຄົາລົບ ແລະ ນັບຖືຢ່າງສູງ, ເຄືອຂ່າຍຈັດຕັ້ງທາງສັງຄົມເພື່ອສົງເສີມ ໂພຊະນາການ (SUN CSA) ມີຄວາມຍິນດີຂໍເຊີນທ່ານ ຕ່າງໜ້າຈາກ: ອົງການ/ຫ້ອງການ/ສາມະຄົມ ທີ່ບໍ່ຫວັງຜົນກຳໄລ ເພື່ອປະກອບສ່ວນເຂົ້າຮ່ວມ ປະຊຸມສົນທະນາແລກປ່ຽນປະສົບການຕໍ່ກັບວຽກງານໂພຊະນາການ, ສີ່ງທ້າທາຍ, ສະຫຼຸບວຽກງານ, ຜົນສຳເລັດຕ່າງໆ ປະຈຳປີ 2015 ແລະ ວາງແຜນຊອກວິທີແກ້ໄຂ ຮ່ວມກັນກັບບັນດາສາມະຊິກ ແລະ ຄູ່ຮ່ວມພັດທະນາພາຍໃຕ້ ກອງປະຊຸມປະຈຳປີ ຂອງເຄືອຂ່າຍ SUN CSA. ລາຍລະອຽດແມ່ນສາມາດເບີ່ງໄດ້ທີ່ເອກະສານທີ່ຕິດຄັັດ ວາລະກອງຂອງປະຊຸມ. ວັນທີ: 22-23 ມີນາ (3) 2016 ໄລຍະເວລາ: 2 ວັນ ສະຖານທີ່: ໂຮງແຮມ ວັນຊະນະ (ແຄມຂອງ ໃກ້ກັບ ໂຮງຮຽນ ປາກປະສັກ) ຫວັງຢ່າງຍິ່ງວ່າ ບັນດາທ່ານຈະສະຫຼະເວລາອັນມີຄຸນຄ່າຂອງທ່ານມາຮ່ວມປະຊຸມນຳດ້ວຍ. ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ   ທ່ານ ນ ບັນທິດາ ກົມຜາສຸກ ຜູ້ຈັດການ […]