ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ກິດຈະກຳ
  • >
  • ເວທີສົນທະນາອອນໄລນ໌ປະຈຳວັນສຸກ ວັນທີ 1 ກໍລະກົດ 2022

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ວັນທີ 1 ກໍລະກົດ 2022

ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບບົດຮຽນໃນການຈັດຕັ້ງປະຕິບັດວຽກງານ ແຜນງານ YEE ແລະ ບົດຮຽນກ່ຽວກັບແນວທາງປະຕິບັດທີ່ດີທີ່ສຸດ – ເຄື່ອງຢອດເມັດເຂົ້າ, ສາມາດເຂົ້າຮ່ວມເວທີສົນທະນາ SUN CSA ໃນວັນສຸກນີ້ໄດ້.

ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:
1. ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກປະຈຳຂອງທ່ານ.
3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.

ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.

ຖ້າທ່ານສົນໃຈເຂົ້າຮ່ວມສາມາດຕິຕໍ່ຫາທີມງານກອງເລຂາທີ່ info@suncsalaos.org