ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ການຈັດຕັ້ງປະຕິບັດວຽກງານສຳຫຼວດການຄ້ຳສະບຽງອາຫານຂອງຄົວເຮືອນ ແລະ ຊຸມຊົນ ໂດຍອົງກອນສະມາຊິກ SUN CSA ລາວ.

ການຈັດຕັ້ງປະຕິບັດວຽກງານສຳຫຼວດການຄ້ຳສະບຽງອາຫານຂອງຄົວເຮືອນ ແລະ ຊຸມຊົນ ໂດຍອົງກອນສະມາຊິກ SUN CSA ລາວ.

ຂໍໃຫ້ທຸກອົງກອນສະມາຊິກຂອງ SUN CSA ໂຊກດີກັບການເກັບກຳແບບສຳຫຼວດການຄ້ຳສະບຽງອາຫານໃນຄົວເຮືອນ ແລະ ຊຸມຊົນພາຍໃນທົ່ວປະເທດໃນເດືອນກຸມພານີ້. ແບບສຳຫຼວດໃນຄັ້ງນີ້ແມ່ນຈະຊ່ວຍໃຫ້ພວກເຮົາໄດ້ເຂົ້າໃຈງ່າຍຂຶ້ນກ່ຽວກັບວີທີການທີ່ຄອບຄົວ ແລະ ຊຸມຊົນທີ່ໄດ້ຕໍ່ສູ້ກັບພາວະເງິນເຟີ້ ແລະ ສິີ່ງທີ່ພວກເຮົາຈະຊ່ວຍເຫຼືອເພື່ອໃຫ້ພວກເຂົາລຸ້ນພົ້ນອອກຈາກວິກິດນີ້ໄດ້.

ພວກເຮົາວາງແຜນທີ່ຈະແບ່ງປັນ ແລະ ເຜີຍແຜ່ຜົນສຳຫຼວດດັ່ງກ່າວໃນກອງປະຊຸມສາມັນປະຈຳປີ (AGM) ໃນວັນທີ 29 ມີນາທີ່ໃກ້ຈະເຖິງນີ້.