ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ໂຄງການ

ສຳລັບພາກເອກະສານຢູ່ໃນຄັງຂໍ້ມູນຂອງ SUN CSA ທີ່ເປັນແຫຼ່ງຂໍ້ມູນກ່ຽວກັບວຽກໂພຊະນາການໃນ ສປປ ລາວ ແມ່ນໄດ້ແຍກເປັນຫຼາຍ ‘ໝວດໝູ່’ (ປະເພດຂອງຂໍ້ມູນ), ‘ຂະແໜງການ’ (ຫົວຂໍ້), ແລະ ‘ໂຄງການ’ ເພື່ອງ່າຍຕໍ່ການຄົ້ນຫາ. ເລືອກປຸ່ມ ໂຄງການ ຢູ່ດ້ານລຸ່ມ ຫຼື ໄປທີ່ໜ້າ ຂະແໜງການ ແລະ ໝວດໝູ່ ຢູ່ເບື້ອງຂວາມື. ຖ້າທ່ານຕ້ອງການຄົ້ນຫາ ຫຼື ຄັດກອງສື່ສິ່ງພິມທັງໝົດ, ແມ່ນໃຫ້ກັບຄືນໄປໜ້າ ເອກະສານ ຜ່ານປຸ່ມທີ່ກຳນົດໄວ້.

ຖ້າທ່ານມີຂໍ້ມູນທີ່ຕ້ອງການເພີ່ມລົງໃນຄັງຂໍ້ມູນນີ້ ຫຼື ຕ້ອງການຂໍ້ມູນທີ່ທ່ານບໍ່ສາມາດຊອກໄດ້ຈາກຄັງຂໍ້ມູນນີ້, ກະລຸນາຕິດຕໍ່ພວກເຮົາຜ່ານທາງ ອີເມລ໌.

ໂຄງການສ້າງູຄວາມເຂັ້ມແຂງໃນການຄົ້ນຄ້ວາທາງດ້ານໂພຊະນາການ ໄດ້ຮັບທຶນໃນການດຳເນີນການຈາກ ອົງການພັດທະນາສາກົນສະຫະລັດອາເມລິກາ ຜ່ານເຄື່ອຂ່າຍເລເຊີ່ ພາວຊ ທີ່ນຳພາໂດຍ ມະຫາວິທະຍາໄລເພີດູ່. ຈຸດປະສົງຂອງໂຄງການແມ່ນເພື່ອສະໜອງຄວາມເຂົ້າໃຈທາງດ້ານໂພຊະນາການ ແລະ ສະໜັບສະໜູນການຄົ້ນຄວ້າໃຫ້ມີຄຸນນະພາບ ຕະຫຼອດຮອດການສ້າງການຮ່ວມມືໃນການຄົ້ນຄວ້າທາງໂພຊະນາການ ກັບບັນດາກະຊວງຕ່າງໆ, ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດ, ສະຖາບັນການສຶກສາ, ແລະ ພາກເອກະຊົນ.
ອົງກອນສະມາຊິກ SUN CSA ໄດ້ເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາຄວາມບໍ່ຫມັ້ນຄົງດ້ານສະບຽງອາຫານທີ່ກຳລັງເກີດຂຶ້ນໃນ ສປປ ລາວ. ຢູ່ໃນໜ້ານີ້ ຈະປະກອບມີບົດລາຍງານ, ການສໍາຫຼວດ ແລະ ເຄື່ອງມື ທີ່ສະທ້ອນເຖິງບັນຫາ ແລະ ວິທີແກ້ໄຂ.
ໂຄງການເສີມສ້າງຄວາມເຂັ້ມແຂງການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດເປັນໂຄງການຈັດຕັ້ງປະຕິບັດໂດຍອົງການຈັດຕັ້ງທາງສັງຄົມລາວ ໂດຍມີຄູ່ຮ່ວມງານຈາກກະຊວງສາທາລະນະສຸກ ຕາງໜ້າໂດຍກົມອະນາໄມ ແລະ ສົ່ງເສີມສຸຂະພາບ. ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽການໂພຊະນາການຕາມແຜນຍຸດທະສາດແຫ່ງຊາດມີຈຸດປະສົງເພື່ອສ້າງລະບົບຄຸ້ມຄອງຂໍ້ມູນດ້ານໂພຊະນາການ ແລະ ສະໜອງວັດສະດຸດ້ານໂພຊະນາການ ໃຫ້ມີຄວາມຍືນຍົງໃນ 3 ແຂວງເປົ້າໝາຍ ແລະ ເພື່ອສ້າງຂອດປະສານງານກັບບັນດາອົງການຈັດຕັ້ງທາງສັງຄົມລາວ ໃນລະດັບທ້ອງຖິ່ນນຫາລະດັບສູນກາງ ເພື່ອຈັດຕັ້ງປະຕິບັດທາງດ້ານນະໂຍບາຍຕ່າງໆ ແລະ ຂໍການສະໜັບສະໜູນ.
ໂຄງການດ້ານການສົ່ງເສີມໂພຊະນາການແບບປະສົມປະສານ ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບ ແລະ ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ (DFAT) ເພື່ອສ້າງເງື່ອນໄຂການສະໜັບສະໜູນດ້ານການປັບປຸງໂພຊະນາການໃນລະດັບຄົວເຮືອນ (HH), ໂດຍມີເປົ້າໝາຍສະໜັບສະໜູນແມ່ຍິງໃນໄວຈະເລີນພັນ ແລະ ເດັກອາຍຸຕ່ຳກວ່າ 5 ປີ, ເຊິ່ງໄດ້ຈັດຕັ້ງປະຕິບັດໃນ 12 ເມືອງ ຢູ່ທີ່ອັດຕະປື, ສາລະວັນ ແລະ ສະຫວັນນະເຂດ.
ເປັນໂຄງການໜຶ່ງທີ່ເຮັດວຽກຮ່ວມກັບຫຼາຍຂະແໜງການທີ່ກ່ຽວຂ້ອງ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບ ເອີຣົບ (EU) ແລະ ມີຈຸດປະສົງລວມຂອງໂຄງການ ແນ່ໃສ່ເພື່ອປັບປຸງດ້ານໂພຊະນາການຂອງໄວຫນຸ່ມຍິງ, ຜູ້ຍິງຖືພາ, ແມ່ທີ່ກຳລັງລ້ຽງລູກດ້ວຍນົມ ແລະ ເດັກນ້ອຍ ອາຍຸຕໍ່າກວ່າ 5 ປີ ລົງມາຢູ່ໃນເຂດພື້ນທີ່ໂຄງການ ຢູ່ໃນ 14 ເມືອງເປົ້າໝາຍຂອງສີ່ແຂວງພາກເໜືອຂອງລາວຄື: ແຂວງ ຫົວພັນ, ຫຼວງນໍ້າທາ, ຫຼວງພະບາງ ແລະ ຜົ້ງສາລີ.