ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ແຜນດຳເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III 2021-2025

ແຜນດຳເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III 2021-2025

ບົດແນະນຳທົ່ວໄປຂອງອົງການສະຫະປະຊາຊາດ ສຳລັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ໄດ້ໃຫ້ຄຳ ແນະນຳໃນລະດັບສາກົນ ກ່ຽວກັບການຈັດສັນງົບປະມານຂອງລັດຖະບານສຳລັບວຽກງານ ກ່ຽວກັບເດັກ, ການຈັດຕັ້ງປະຕິບັດ ວຽກງານສິດທິເດັກໃນໄລຍະຂ້າມຜ່ານກ້າວເຂົ້າສູ່ໄວໜຸ່ມ, ສະພາບເດັກຂ້າງຖະໜົນ, ການປົກປ້ອງສິດຂອງແຮງງານເຄື່ອນຍ້າຍ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ, ແລະ ສິດທິຂອງເດັກໃນຂະບວນຍຸຕິທຳ. ລັດຖະບານ ສປປ ລາວ ໄດ້ວາງກົນໄກເພື່ອປັບປຸງ ສະພາບການ ແລະ ແກ້ໄຂບັນຫາກ່ຽວກັບເດັກ ເຊັ່ນ: ບັນຫາເດັກຂາດສິດເສລີພາບ, ການປົກປ້ອງສິດທິຂອງເດັກທີ່ເກີດຈາກການ ອຸ້ມບຸນ, ແລະ ຄວາມຜິດທາງອາຍາຂອງແມ່ຍິງ ທີ່ມີສາເຫດມາຈາກການຫຼຸລູກທີ່ມີອາຍຸຄັນຕ່ຳກວ່າ 20 ອາທິດ ແລະ ການຫຼຸລູກທີ່ ມີອາຍຸຄັນຫຼາຍກວ່າ 20 ອາທິດ: ຊຶ່ງແຕ່ລະບັນຫານັ້ນ ລ້ວນແຕ່ເປັນບັນຫາສຳຄັນ....
Categories: ນະໂຍບາຍ ແລະ ຍຸດທະສາດ, ບົດຄົ້ນຄວ້າ ແລະ ບົດລາຍງານ
Sectors: ການສຶກສາ, ສາທາລະນະສຸກ
17 ມັງກອນ 2023
56 downloads
1.13 MB
pdf