ກອງປະຊຸມສາມັນປະຈຳປີຂອງ CSA ເພື່ອປັບປຸງໂພຊະນາການຜ່ານການປະສານງານ ແລະ ການຮຽນຮູ້

ອົງການຈັດຕັ້ງຂອງລາວ ແລະ ສາກົນຫຼາຍກວ່າ 40 ອົງກອນໄດ້ພົບປະກັນໃນກອງປະຊຸມສາມັນປະຈຳປີຂອງເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົມເສີມໂພຊະນາການ (SUN CSA) ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໃນວັນທີ 30 ມີນາ 2021. SUN CSA ເປັນເຄືືອຂ່າຍທີ່ປະກອບດ້ວຍອົງການຈັດຕັ້ງທາງສັງຄົມ 76 ອົງກອນ, ຊຶ່ງປະກອບມີອົງການຈັດຕັ້ງສາກົນ 27 ອົງກອນ ແລະ ອົງການຈັດຕັ້ງພາຍໃນປະເທດ 49 ອົງກອນ ທີ່ເຮັດວຽກຮ່ວມກັນເພື່ອປັບປຸງສະຖານະດ້ານໂພຊະນາການຂອງປະຊາຊົນໃນທົ່ວປະເທດ. ສະມາຊິກ SUN CSA ບັນລຸເປົ້າໝາຍໃນການປັບປຸງໂພຊະນາການໂດຍຜ່ານການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ຫຼາຍກວ່າ 56 ໂຄງການ ໃນປີທີ່ຜ່ານມາ, ຊຶ່ງສາມາດຊ່ວຍຄົນໄດ້ໂດຍກົງຫຼາຍກວ່າ 1 ລ້ານຄົນ. ໂຄງການທັງໝົດແມ່ນມີການຮ່ວມມືກັນຢ່າງໃກ້ຊິດກັບລັດຖະບານ ແຫ່ງ ສປປ ລາວ ແລະ ໄດ້ຮັບການສະໜັບສະໜຸນຈາກຜູ້ໃຫ້ຈາກທຶນສາກົນເຊັ່ນ ສະຫະພາບເອີຣົບ. ຄວາມພະຍາຍາມຂອງສະມາຊິກ SUN CSAແມ່ນໄດ້ສະໜັບສະໜຸນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນການປະຕິບັດງານ ຂອງລັດຖະບານແຫ່ງ ສປປ ລາວ ກອງປະຊຸມສາມັນປະຈຳປີຖືເປັນໂອກາດໃນການແລກປ່ຽນຂໍ້ມູນຂ່າວສານ […]
ກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະແໜງການຢູ່ແຂວງອຸດົມໄຊ, ວັນທີ 10-11 ມີນາ 2021

ຊົມເຊີຍສະມາຊິກ SUN CSA ທີ່ເຮັດວຽກຢູ່ແຂວງອຸດົມໄຊ ທີ່ນຳພາໂດຍໂຄງການ ENUFF ຂອງອົງການ SNV ທີ່ໄດ້ຈັດກິດຈະກຳແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໂພຊະນາການລະຫວ່າງບັນດາອົງການຈັດຕັ້ງທາງສັງຄົມ ກັບ ພາກລັດຖະບານ ຢູ່ແຂວງອຸດົມໄຊ ໂຄງການສົ່ງເສີມໂພຊະນາການຂອງຄອບຄົວຊາວກະສິກອນເຂົດເນີນສູງ (ENUFF) ໄດ້ຮ່ວມມືກັບ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອໂພຊະນາການ (SUN CSA Laos), ອົງການອາຫານໂລກ (WFP) ແລະ ອົງການແພລນສາກົນ ປະຈໍາລາວ (PLAN International Laos), ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະແໜງການຂັ້ນແຂວງ ເປັນເວລາ 2 ວັນ ຢູ່ແຂວງອຸດົມໄຊໃນວັນທີ 10 – 11 ມີນາ 2021. ພະນັກງານຈາກອົງການຈັດຕັ້ງທາງສັງຄົມຂັ້ນທ້ອງຖິ່ນທີ່ບໍ່ຫວັງຜົນກໍາໄລ ແລະ ຄູ່ຮ່ວມພັດທະນາ ທີ່ເຮັດວຽກຢູ່ແຂວງອຸດົມໄຊ, ສະມາຊິກຄະນະກຳມະການໂພຊະນາການຂັ້ນເມືອງຈາກທັງ 7 ເມືອງ ເກືອບ 100 ທ່ານໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວດ້ວຍ. ກອງປະຊຸມດັ່ງກ່າວແມ່ນໄດ້ມີການນໍາສະເໜີວິທີການຈັດຕັ້ງປະຕິບັດກິດຈະກໍາທີ່ປະສົບຜົນສໍາເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ຂອງບັນດາໂຄງການໂພຊະນາການຕ່າງໆ. ວິທີການທີ່ໄດ້ນໍາສະເໜີໃນກອງປະຊຸມມີຄຶ: ການນຳໃຊ້ຂະບວນການຊຸມຊົນເປັນເຈົ້າການດ້ານສຸຂານາໄມ […]