ຂໍແຈ້ງວັນເວລາສຳລັບກອງປະຊຸມປະຈຳປີ 2022 ຂອງ SUN CSA

SUN CSA ລາວ ຈະຈັດກິດຈະກຳກ່ຽວກັບການຮຽນຮູ້ ແລະ ແລກປ່ຽນທີ່ໜ້າສົນໃຈກ່ຽວກັບວຽກງານໂພຊະນາການໃນລາວ ເປັນເວລາ 2 ວັນ, ຊຶ່ງປະກອບມີ: • ວັນພະຫັດທີ 31 ມີນາ 2022 – ກອງປະຊຸມສາມັນປະຈຳປີຂອງ SUN CSA (AGM) • ວັນສຸກທີ 1 ເມສາ 2022 – ການຝຶກອົບຮົມວຽກງານການສື່ສານເພື່ອໂພຊະນາການຂອງ SUN CSA ກອງປະຊຸມຈະໄດ້ຈັດຂຶ້ນທີ່ ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌. ກິດຈະກຳໃນແຕ່ລະວັນຈະປະກອບດ້ວຍ ການສົນທະນາ ແລະ ຂໍ້ມູນທີ່ເປັນປະໂຫຍດຕໍ່ອົງກອນຂອງທ່ານ. ພວກເຮົາຈະກະກຽມພຶື້ນທີ່ຂະໜາດນ້ອຍ ສຳລັບວາງສະແດງໃນໄລຍະກອງປະຊຸມ. ຖ້າທ່ານມີຂໍ້ມູນ ຫຼື ຜະລິດຕະພັນຈາກໂຄງການຂອງທ່ານທີ່ຈະມາວາງສະແດງ, ກະລຸນາຖືມາພ້ອມ. ກະລຸນາຕິດຕໍ່ກອງເລຂາ SUN CSA ທີ່ info@suncsalaos.org ເພື່ອຂໍຮັບລິ້ງເຂົ້າຮ່ວມ.
ກອງປະຊຸມແລກປ່ຽນບົດຮຽນ ວຽກງານໂພຊະນາການ, ວັນທີ 28 ທັນວາ 2021 ທີ່ ນະຄອນຫຼວງວຽງຈັນ

ກອງປະຊຸມແລກປ່ຽນບົດຮຽນວຽກງານໂພຊະນາການ, ສຸຂະອະນາໄມ ແລະ ການປ່ຽນແປງສະພາບດິນຟ້າອາກາດ ຄັ້ງວັນທີ 28 ທັນວາ 2021, ທີ ສູນຮຽນຮູ້ບ້ານເຮົາ ບ້ານນາຫອຍ, ເມືອງສັງທອງ, ນະຄອນຫຼວງວຽງຈັນ, ໂດຍ: ສູນພັດທະນາຊົນນະບົດ (RDA) ແລະ SUN CSA. ຖ້າອົງກອນສະມາຊິກ SUN CSA ທີ່ຢູ່ນະຄອນຫຼວງວຽງຈັນ ມີຄວາມສົນໃຈເຂົ້າຮ່ວມ, ກະລຸນາຕິດຕໍ່ກອງເລຂາໄດ້ທີ່ info@suncsalaos.org