ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • Case Study SCALING VSLA Lao 08.02.2022

Case Study SCALING VSLA Lao 08.02.2022

ບ້ານເປົ້າໝາຍ ຂອງໂຄງການ ສະເກວລິ້ງ ໄດ້ກໍາໜົດເອົາຊຸມຊົນຊົນນະບົດ ທີ່ມີການດໍາລົງຊີວິດຕິດພັນກັບການກະສິກໍາເປັນ ຫຼັກ. ລວມໄປເຖິງບັນດາບ້ານທີ່ຢູນອກຕົວເມືອງ ທີ່ມີການປະສົມປະສານກະສິກໍາ ແລະ ເສດຖະກິດການຕະຫຼາດເປັນຫຼັກ. ຊຸມຊົນ ເປົ້າໝາຍມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າ ລວມໄປເຖິງຕ້ອງປະເຊີນກັບອຸປະສັກຫຼາຍຢ່າງ ໃນການເຮັດໃຫ້ສຸຂະພາບ ແລະ ໂພຊະ ນາການ ຂອງຜູ້ເປັນແມ່> ແລະ ເດັກ ມີຄຸນນະພາບທີ່ດີ. ເຊີ່ງໄດ້ລວມເອົາການຂາດ ການເຂົ້າເຖິງຂໍ້ມູນຂ່າວສານດ້ານສຸຂະພາບ, ຄຸນ ນະພາບການບໍລິການສຸຂະພາບບໍ່ພຽງພໍ ບັນທັດຖານ ແລະ ປະເພນີທາງສັງຄົມ ທີ່ສ້າງຂໍ້ຈໍາກັດຕໍ່ແມ່, ຍິງດ້ານສິດທິ, ເສລີພາບ, ໂອກາດ ແລະ ຄວາມສາມາດໃນການເບິ່ງແຍງດູແລສຸຂະພາບຂອງຕົນ. ນອກນັ້ນ ຍັງມີການເຂົ້າເຖິງນໍາສະອາດ ແລະ ພື້ນຖານໂຄງ ລ່າງທີ່ບໍ່ພຽງພໍ ແລະ ຄວາມຈໍາເປັນໃນການເສີມສ້າງການບໍລິຫານຄູ້ມຄອງດ້ານໂພຊະນາການໃນຫຼາຍຂະແໜງການໃຫ້ເຂັ້ມແຂງຂື້ນ...
Sectors: WASH, ບົດບາດຍິງ-ຊາຍ, ສາທາລະນະສຸກ
22 ສິງຫາ 2022
13 downloads
6.64 MB
pdf