ແຜ່ນພັບ ດຳລັດ ວ່າດ້ວຍຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານ ສຳລັບ ເດັກອ່ອນ ແລະ ເດັກນ້ອຍ
ພະນັກງານສາທາລະນະສຸກ ແມ່ນມີບົດບາດສຳຄັນໃນການ
ສົ່ງເສີມໃຫ້ ເດັກອ່ອນ ແລະ ເດັກນ້ອຍ ມີໂພຊະນາການ
ທີ່ດີ ບໍ່ໃຫ້ແນະນຳ ຜະລິດຕະພັນອາຫານ ແລະ ອຸປະກອນ
ກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ ແກ່ ແມ່
ແລະ ຜູ້ດູແລເດັກອ່ອນ ແລະ ເດັກນ້ອຍ.
ການໂຄສະນາຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບ
ອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ ຜ່ານພະນັກງານ
ແພດ ຢູ່ສະຖານທີ່ບໍລິການສຸຂະພາບ ຫຼື ນອກສະຖານທີ່ຈາກ
ບໍລິສັດນົມຜົງ ຖືວ່າເປັນການລະເມີດດຳລັດ ແລະ ຍັງມີຜົນ
ກະທົບທາງລົບຕໍ່ການລ້ຽງລູກດ້ວຍນໍ້ານົມແມ່ ແລະ ເປັນ
ການໃຫ້ຂໍ້ມູນທາງເລືອກທີ່ຜິດສຳລັບແມ່ ແລະ ຜູ້ດູແລ
ເດັກອ່ອນ ແລະ ເດັກນ້ອຍ.
ຫ້າມມີການໂຄສະນາ ແລະ ສົ່ງເສີມການຕະຫຼາດທຸກຮູບ
ແບບຂອງຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບ
ອາຫານສຳລັບ ເດັກອ່ອນ ແລະ ເດັກນ້ອຍ ເພື່ອປົກປ້ອງ
ການລ້ຽງລູກດ້ວຍ ນໍ້ານົມແມ່ ແລະ ສົ່ງເສີມການໄດ້ຮັບ
ອາຫານທີ່ດີ ແລະ ມີໂພຊະນາການຂອງເດັກອ່ອນ ແລະ
ເດັກນ້ອຍ....
Categories: ກົດໝາຍ ແລະ ນິຕິກຳ, ບົດຄົ້ນຄວ້າ ແລະ ບົດລາຍງານ
Sectors: ສາທາລະນະສຸກ