ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ຄັ້ງວັນທີ 23 ສິງຫາ 2023

ກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ຄັ້ງວັນທີ 23 ສິງຫາ 2023

ພະນັກງານ 22 ທ່ານ ຈາກ 15 ອົງກອນ ໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ໃນວັນທີ 23 ສິງຫາ 2023 ທີ່ຜ່ານມາ.

ການປຶກສາຫາລືຄັ້ງນີ້ໄດ້ຈັດຂຶ້ນແບບອອນໄລນ໌, ເຊິ່ງອົງກອນສະມາຊິກໄດ້ຮ່ວມກັນທົບທວນຄືນກ່ຽວກັບ ການຈັດຕັ້ງປະຕິບັດວຽກສະໜັບສະໜູນໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ໄດ້ຮ່ວມກັນວາງແຜນວຽກຮ່ວມກັນສຳລັບ 6 ເດືອນຕໍ່ໜ້າ. ການສະໜັບສະໜູນວຽກງານການລ້ຽງລູກດ້ວຍນໍ້ານົມແມ່ ແລະ ປັບປຸງການຄໍ້າປະກັນດ້ານສະບຽງອາຫານ ຍັງຄົງເປັນຫົວຂໍ້ບູລິມະສິດຮ່ວມກັນຂອງເຄືອຂ່າຍ SUN CSA, ບັນດາອົງກອນສະມາຊິກໄດ້ຮ່ວມກັນແລກປ່ຽນ ແລະ ຮຽນຮູ້ກ່ຽວກັບວິທີການ ແລະ ການເຮັດວຽກເພື່ອສະໜັບສະໜູນວຽກງານດັ່ງກ່າວ ເພື່ອເປັນແນວທາງໃນການເຮັດວຽກສະໜັບສະໜູນຫົວຂໍ້ບຸລິມະສິດອື່ນໆ.

ພວກເຮົາຈະມີການທົບທວນຄືນກ່ຽວກັບແຜນວຽກສະໜັບສະໜູນນີ້ຕື່ມ ໃນເດືອນກຸມພາ 2023. ຂອບໃຈສຳລັບການປະກອບສ່ວນຈາກທຸກທ່ານ.

Loading...