ກອງປະຊຸມປະສານງານ ວຽກງານສະໜັບສະໜູນ SUN CSA

ກອງປະຊຸມປະສານງານ ວຽກງານສະໜັບສະໜູນ SUN CSA ໃນວັນທີ 4 ທັນວາ 2024, ເພື່ອສະທ້ອນໃຫ້ເຫັນເຖິງຜົນສຳເລັດ ແລະ ວາງແຜນວຽກງານການສະໜັບສະໜູນຮ່ວມກັນສຳລັບປີ 2025! ກອງປະຊຸມແມ່ນໄດ້ຈັດຂຶ້ນທີ່ຫ້ອງການ ອົງການ ແພລນສາກົນ ປະຈຳລາວ ແລະ ທາງອອນໄລນ໌, ມີຜູ້ເຂົ້າຮ່ວມ 26 ທ່ານ ຈາກ 18 ອົງການ ສະມາຊິກ. ຜູ້ເຂົ້າຮ່ວມໄດ້ທົບທວນຄວາມຄືບໜ້າຂອງວຽກງານການສະໜັບສະໜູນໃນປີ 2024, ສະຫຼອງກິດຈະກໍາການສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ຢູ່ບ່ອນເຮັດວຽກ ແລະ ວາງແຜນຍຸດທະສາດຮ່ວມກັນສຳລັບກິດຈະກຳຕ່າງໆທີ່ກຳລັງຈະເກີດຂຶ້ນ ເຊັ່ນ: ກອງປະຊຸມສຸດຍອດໂພຊະນາການເພື່ອການຈະເລີນເຕີບໂຕ (N4G) 2025, ກອງປະຊຸມແຫ່ງຊາດດ້ານໂພຊະນາການ (NNF) ແລະ ກອງປະຊຸມທົ່ວໂລກ SUN 2025 (GG). ການປຶກສາຫາລືກໍໄດ້ເນັ້ນໃນວຽກງານການສະໜັບສະໜູນໃຫ້ມີຄວາມເຂັ້ມແຂງໃນວຽກງານ ການຄ້ຳປະກັນສະບຽງອາຫານ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສະຖານທີ່ເຮັດວຽກທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່ ເພື່ອໃຫ້ແນ່ໃຈວ່າ ການປະຕິບັດວຽກງານໃຫ້ໄດ້ຮັບຜົນໃນປີທີ່ກຳລັງຈະມາເຖິງ ຂໍຂອບໃຈມາຍັງບັນດາອົງກອນສະມາຊິກທຸກທ່ານ ສຳລັບຄວາມມຸ້ງໝັ້ນ ແລະ ການຮ່ວມມືຂອງທ່ານ ພວກເຮົາຍັງສືບຕໍ່ຜັນຂະຫຍາຍ ໂພຊະນາການໃນລາວຕໍ່ໄປ! ສຳລັບກອງປະຊຸມຄັ້ງຕໍ່ໄປ […]