ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA: ການແພດເຄື່ອນທີ່ ໃນຄັ້ງວັນທີ 21​ ຕຸລາ 2022

ການດຳເນີນກິດຈະກຳການແພດເຄື່ອນທີ່ໂດຍ ອົງການຊ່ວຍເຫຼືອເດັກສາກົນກຳລັງຈັດຕັ້ງປະຕິບັດຢູ່ ໄດ້ຊ່ວຍໃຫ້ປະຊາຊົນທີ່ຢູ່ໃນເຂດຫ່າງໄກຊອກຫຼີກສາມາດເຂົ້າເຖິງການບໍລິການດ້ານສຸຂະພາບໄດ້ຫຼາຍຂຶ້ນ! ດຣ. ອຳມະລິນ ວົງສິດທິ, ອຳນວຍການວຽກງານສຸຂະພາບ ຈາກອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ພ້ອມກັບທີມ ໄດ້ມາແລກປ່ຽນກ່ຽວ ກິດຈະກຳ ແລະ ບົດຮຽນຈໃນການຈັດຕັ້ງປະຕິບັດວຽກງງານການແພດເຄື່ອນທີ່ໃນບ້ານເປົ້າໝາຍທີ່ຫ່າງໄກຊອກຫຼີກ, ໂດຍເນັ້ນໃສ່ວຽກງານສຸຂະພາບແມ່ ແລະ ເດັກ ແລະ ການສັກຢາວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ຊຸມຊົນ ໃຫ້ແກ່ພະນັກງານຈາກອົງກອນສະມາຊິກ SUN CSA ເກືອບ 30 ທ່ານ ໃນເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນສຸກທີ 21 ຕຸລາ 2022. ຂໍຂອບໃຈ ດຣ. ອຳມະລິນ ແລະ ທີມ ທີ່ໄດ້ມາແບ່ງປັນບົດຮຽນກັບພວກເຮົາ ແລະ ຂອບໃຈທຸກທ່ານທີ່ເຂົ້າຮ່ວມສົນທະນາ!