ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 21 ກຸມພາ 2024

ສະມາຊິກ SUN CSA ໄດ້ອັບເດດກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຕົນ ໃນກອງປະຊູມໜ່ວຍງານໂພຊະນາການຂອງ SUN CSA ໃນວັນທີ 21 ກຸມພາ 2024. ສະມາຊິກ SUN CSA 22 ທ່ານຈາກ 16 ອົງກອນ ໄດ້ເຂົ້າຮ່ວມ ແລະ ລາຍງານກ່ຽວກັບວຽກງານພາຍໃຕ້ໂຄງການໂພຊະນາການຂອງຕົນ ໃນກອງປະຊຸມປະສານງານວຽກງານໂພຊະນາການ ທີ່ໄດ້ຈັດຂັ້ນໃນວັນທີ 21 ກຸມພາ 2024, ອອນໄລນ໌ຜ່ານລະບົບຊູມ. ພາຍໃຕ້ວຽກງານສະໜັບສະໜູນຮ່ວມພາຍໃຕ້ຫົວຂໍ້ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ ແລະ ການຄໍ້າປະກັນດ້ານສະບຽງອາຫານ, ເຫັນວ່າມີຄວາມຄືບໜ້າໃນຫຼາຍດ້ານ ຊຶ່ງໄດ້ປະກອບສ່ວນເຂົ້າໃນວຽກງານການປັບປຸງໂພຊະນາການໂດຍລວມ. ໂຄງການທີ່ສະມາຊິກຂອງພວກເຮົາຈັດຕັ້ງປະຕິບັດຢູ່ແມ່ນຄອບຄຸມເອົາຫຼາຍຂະແໜງການເຊັ່ນ: WASH, ບົດບາດຍິງ-ຊາຍ, ກະສິກຳ, ການດຳລົງຊີວິດ ແລະ ອື່ນໆ, ຊຶ່ງມີສ່ວນສະໜັບສະໜູນຕົວຊີ້ວັດດ້ານໂພຊະນາການໃນ NPAN 2021-2025. ມີໂຄງການກະສິກຳທີ່ເປັນມິດກັບການປ່ຽນແປງສະພາບດິນຟ້າອາກາດໃໝ່ໆຫຼາຍໂຄງການ ທີ່ກຳລັງດຳເນີນຢູ່ໃນຫຼາຍເມືອງ ແລະ ຍັງມີອີກຫຼາຍໂຄງການທີ່ກຳລັງຈະເລີ່ມຈັດຕັ້ງປະຕິບັດໃນມໍ່ໆນີ້. ທ່ານສາມາດຮັບຟັງບັນທຶກກອງປະຊຸມ ແລະ ເບິ່ງບົກນຳສະເໜີໄດ້ທີ່ເວັບໄຊທ໌ SUN CSA. 🙏ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາເພື່ອລາຍງານວຽກໂພຊະນາການຂອງທ່ານ ແລະ ປະສານສົມທົບວຽກງານຮ່ວມກັນ. […]

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຫົວຂໍ້: ສື່ສິ່ງພິມໃໝ່ ກ່ຽວກັບກົດໝາຍຄຸ້ມຄອງນົມຝຸ່ນສຳລັບເດັກ ເພື່ອໃຊ້ໃນຮ້ານຄ້າ ແລະ ຊຸມຊົນ – ຄັ້ງວັນທີ 16 ກຸມພາ 2024

ຂໍຂອບໃຈຜູ້ນໍາພາສົນທະນາ ແລະ ຜູ້ເຂົ້າຮ່ວມທັງໝົດ 27  ທ່ານ ຈາກ 20 ອົງກອນສະມາຊິກຂອງ SUN CSA ທີ່ໄດ້ເຂົ້າມາຮຽນຮູ້ ແລະ ແລກປ່ຽນ ໃນຫົວຂໍ້: “ສື່ສິ່ງພິມໃໝ່ ກ່ຽວກັບກົດໝາຍຄຸ້ມຄອງນົມຝຸ່ນສຳລັບເດັກ ເພື່ອໃຊ້ໃນຮ້ານຄ້າ ແລະ ຊຸມຊົນ” ຜ່ານເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 16 ກຸມພາ 2024. ທ່ານ ນາງ ເພັດສະຫວັນ ຈັນທະວົງ, ຫົວໜ້າແຜນງານດ້ານສຸຂະພາບ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ  ໄດ້ນໍາສະເໜີກ່ຽວກັບ ຂໍ້ຄວາມສໍາຄັນ ແລະ ສື່ສິ່ງພິມ ທີ່ສະແດງໃຫ້ເຫັນເຖິງການລະເມີດດຳລັດວ່າດ້ວຍ ຜະລິດຕະພັນ ແລະ ອຸປະກອນ ກ່ຽວກັບອາຫານ ສຳລັບເດັກອ່ອນ ແລະ ເດັກນ້ອຍ (BMS) ເພື່ອໃຊ້ສຳລັບຜູ້ຜະລິດ, ຜູ້ຈໍາໜ່າຍ, ຮ້ານຄ້າຍ່ອຍ, ສະຖານທີ່ບໍລິການດ້ານສຸຂະພາບ ແລະ ຊຸມຊົນ […]