ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ ຄັ້ງວັນທີ 19 ກຸມພາ 2024

ເວທີສົນທະນາປະຈຳວັນສຸກຂອງ SUN CSA: “ສື່ສິ່ງພິມໃໝ່ ກ່ຽວກັບກົດໝາຍຄຸ້ມຄອງນົມຝຸ່ນສຳລັບເດັກ ເພື່ອໃຊ້ໃນຮ້ານຄ້າ ແລະ ຊຸມຊົນ”. ວັນທີ: ວັນສຸກ ທີ 16 ກຸມພາ 2024, ເວລາ 9-10 ໂມງ ຜູ້ນຳສະເໜີ: ທ່ານ ນາງ ເພັດສະຫວັນ ຈັນທະວົງ, ຫົວໜ້າແຜນງານດ້ານສຸຂະພາບ, ອົງການ CARE. ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM, ດຳເນີນເປັນພາສາລາວ ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ. ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA: ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ. ເປັນການສົນທະນາແບບໂຕ້ຕອບ, […]

ກອງປະຊຸມສາມັນປະຈຳປີ SUN CSA 2024 ແລະ ຝຶກອົບຮົມສຳລັບສະມາຊິກ.

SUN CSA ລາວ ຈະຈັດກິດຈະກຳກ່ຽວກັບການຮຽນຮູ້ ແລະ ແລກປ່ຽນທີ່ໜ້າສົນໃຈກ່ຽວກັບວຽກງານໂພຊະນາການໃນລາວ ເປັນເວລາ 2 ວັນ, ຊຶ່ງປະກອບມີ: • ວັນພະຫັດທີ 27 ມີນາ 2024 – ກອງປະຊຸມສາມັນປະຈຳປີຂອງ SUN CSA (AGM) • ວັນສຸກທີ 28 ມີນາ 2024 – ການຝຶກອົບຮົມສຳລັບສະມາຊິກ SUN CSA (ຫົວຂໍ້??) ກອງປະຊຸມຈະໄດ້ຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ແລະ ອອນໄລນ໌. ກິດຈະກຳໃນແຕ່ລະວັນຈະປະກອບດ້ວຍ ການສົນທະນາ ແລະ ຂໍ້ມູນທີ່ເປັນປະໂຫຍດຕໍ່ອົງກອນຂອງທ່ານ. ພວກເຮົາຈະກະກຽມພຶື້ນທີ່ຂະໜາດນ້ອຍ ສຳລັບວາງສະແດງໃນໄລຍະກອງປະຊຸມ. ຖ້າທ່ານມີຂໍ້ມູນ ຫຼື ຜະລິດຕະພັນຈາກໂຄງການຂອງທ່ານທີ່ຈະມາວາງສະແດງ, ກະລຸນາຖືມາພ້ອມ ຫຼື ອົງກອນສະມາຊິກຈະໄດ້ຖືກຮັບເຊີນ.