ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ການເຊື່ອມສານວຽກງານໂພຊະນາການເຂົ້າໃນອົງກອນ-1-1.jpg (1280×1545)ວິທີການເຊື່ອມສານວຽກງານດ້ານໂພຊະນາການເຂົ້າໃນອົງກອນຂອງທ່ານ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຂອງທ່ານ ແລະ ປັບປຸງວຽກງານໂພຊະນາການໃນຊຸມຊົນຂອງທ່ານ community

ທຸກໆເດືອນ, SUN CSA Laos ໄດ້ຈັດລາຍການສົນທະນາປະຈຳວັນສຸກຜ່ານລະບົບ ZOOM ເພື່ອໃຫ້ພະນັກງານຈາກອົງກອນຕ່າງໆສາມາດເຂົ້າມາແລກປ່ຽນຄວາມຮູ້, ທັກສະ ແລະ ບົດຮຽນທີ່ກ່ຽວຂ້ອງກັບໂພຊະນາການໃນລາວ. ໃນວັນທີ 19 ກຸມພາ 2021, ທ່ານ ນາງ ເພັດສະ ໝອນ ມະໂນລາ ຈາກສະມາຄົມເພື່ອນຜາຕັດແກ້ ຫຼື FPTK ຢູ່ແຂວງຫຼວງພະບາງ ໄດ້ມາເປັນຜູ້ນຳພາສົນທະນາໃນຫົວຂໍ້: ການເຊື່ອມສານວຽກງານໂພຊະນາການເຂົ້າໃນອົງກອນ: ວິທີການລວມກິດຈະ ກຳ ດ້ານໂພຊະນາການເຂົ້າໃນອົງກອນຂອງທ່ານເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຂອງທ່ານແລະປັບປຸງໂພຊະນາການໃນຊຸມຊົນຂອງທ່ານ. ທ່ານ ນາງ ເພັດສະໝອນ ຈະມາແບ່ງປັນເລື່ອງຂອງລາວ ກ່ຽວກັບວິທີການເຊື່ອມສານບັນດາວຽກງານທີ່ເປັນອົງປະກອບຂອງວຽກງານໂພຊະນາການ, ຊຶ່ງປະກອບມີ ວຽກງານກະສິກຳ, 1,000 ວັນ ແລະ ອື່ນໆ ເຂົ້າໃນອົງກອນຂອງລາວ. ເລື່ອງຂອງລາວແມ່ນສຳຄັນ ແລະ ໜ້າສົນໃຈຫຼາຍ ເພາະມັນສະແດງໃຫ້ເຫັນເຖິງວິຖີທາງທີ່ຫຼາກຫຼາຍໃນການເຂົ້າໄປມີບົດບາດດ້ານວຽກງານໂພຊະນາການ ແລະ ບໍ່ວ່າຈະເປັນອົງກອນໃດກໍຕາມ ລ້ວນແລ້ວແຕ່ສາມາດເຊື່ອມສານວຽກງານໂພຊະນາການເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳຂອງຕົນ.

ທ່ານສາມາດຮັບຊົມວີດີໂອບັນທຶກລາຍການສົນທະນາໄດ້ໂດຍການຄິກວີດີໂອລິ້ງລຸ່ມນີ້

(240) SUN CSA Laos ZOOM Hangout – FPTK Phetsamone Manola – 19 Feb 2021 – YouTube