ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະແໜງການຢູ່ແຂວງອຸດົມໄຊ, ວັນທີ 10-11 ມີນາ 2021

ກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະແໜງການຢູ່ແຂວງອຸດົມໄຊ, ວັນທີ 10-11 ມີນາ 2021

ຊົມເຊີຍສະມາຊິກ SUN CSA ທີ່ເຮັດວຽກຢູ່ແຂວງອຸດົມໄຊ ທີ່ນຳພາໂດຍໂຄງການ ENUFF ຂອງອົງການ SNV ທີ່ໄດ້ຈັດກິດຈະກຳແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໂພຊະນາການລະຫວ່າງບັນດາອົງການຈັດຕັ້ງທາງສັງຄົມ ກັບ ພາກລັດຖະບານ ຢູ່ແຂວງອຸດົມໄຊ
ໂຄງການສົ່ງເສີມໂພຊະນາການຂອງຄອບຄົວຊາວກະສິກອນເຂົດເນີນສູງ (ENUFF) ໄດ້ຮ່ວມມືກັບ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອໂພຊະນາການ (SUN CSA Laos), ອົງການອາຫານໂລກ (WFP) ແລະ ອົງການແພລນສາກົນ ປະຈໍາລາວ (PLAN International Laos), ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະແໜງການຂັ້ນແຂວງ ເປັນເວລາ 2 ວັນ ຢູ່ແຂວງອຸດົມໄຊໃນວັນທີ 10 – 11 ມີນາ 2021. ພະນັກງານຈາກອົງການຈັດຕັ້ງທາງສັງຄົມຂັ້ນທ້ອງຖິ່ນທີ່ບໍ່ຫວັງຜົນກໍາໄລ ແລະ ຄູ່ຮ່ວມພັດທະນາ ທີ່ເຮັດວຽກຢູ່ແຂວງອຸດົມໄຊ, ສະມາຊິກຄະນະກຳມະການໂພຊະນາການຂັ້ນເມືອງຈາກທັງ 7 ເມືອງ ເກືອບ 100 ທ່ານໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວດ້ວຍ. ກອງປະຊຸມດັ່ງກ່າວແມ່ນໄດ້ມີການນໍາສະເໜີວິທີການຈັດຕັ້ງປະຕິບັດກິດຈະກໍາທີ່ປະສົບຜົນສໍາເລັດ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດ ຂອງບັນດາໂຄງການໂພຊະນາການຕ່າງໆ.
ວິທີການທີ່ໄດ້ນໍາສະເໜີໃນກອງປະຊຸມມີຄຶ: ການນຳໃຊ້ຂະບວນການຊຸມຊົນເປັນເຈົ້າການດ້ານສຸຂານາໄມ (ຊຈສ), ການຈັດຕັ້ງທີມງານໂພຊະນາການຂັ້ນບ້ານ (VNT) ເພື່ອຊ່ວຍໃຫ້ຄວາມຮູ້ດ້ານໂພຊະນາການແກ່ຄອບຄົວ 1000 ວັນ, ການນຳ ໃຊ້ເຄື່ອງມືຕິດຕາມວຽກງານນໍ້າສະອາດ-ສຸຂານາໄມ ແລະ ບົດບາດຍິງ – ຊາຍ ແລະ ສູນຮຽນຮູ້ໂພຊະນາການກ່ຽວກັບຜະລິດຕະພັນກະສິກໍາເພື່ອໂພຊະນາການ. ໃນຊ່ວງຂອງການຂຶ້ນນໍາສະເໜີ, ສູນໂພຊະນາການແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການມີ “ບູລິມະສິດດຽວກັນ, ຈຸດສຸມດຽວກັນ, ເປົ້າໝາຍດຽວກັນ, ແລະ ໄລຍະເວລາດຽວກັນ”. ນອກຈາກນັ້ນ, ຄຸນນະພາບຂອງການສຶກສາ, ການເຮັດວຽກໜັກຂອງແມ່ຍິງ ແລະ ການປະສານງານລະຫວ່າງຂະແໜງການຕ່າງໆແມ່ນສິ່ງທີ່ໄດ້ຍົກຂຶ້ນມາໃນຫຼາຍບົດສະເໜີ ຈາກບັນດາຄູ່ຮ່ວມພັດທະນາ. ສະມາຊິກຄະນະກຳມະການໂພຊະນາການຂັ້ນເມືອງໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການປັບປຸງການປະສານງານລະຫວ່າງຂະແໜງການຕ່າງໆ ເພື່ອແກ້ໄຂບັນຫາການຂາດສານອາຫານໃນເມືອງຂອງຕົນເອງ.
ໄດ້ມີຫຼາຍອົງກອນໄດ້ມີການນຳສະເໜີບົດຮຽນໃນການຈັດຕັ້ງປະບັດວຽກງານຂອງຕົນເຊັ່ນ: ໂຄງການສົ່ງເສີມໂພຊະນາການຂອງຄອບຄົວຊາວກະສິກອນເຂົດເນີນສູງ (ENUFF), ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ (SDC), ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອໂພຊະນາການ (SUN CSA), ອົງການອາຫານໂລກ (WFP), ອົງການແພລນສາກົນ ປະຈຳລາວ (PLAN International Laos), ສູນໂພຊະນາການແຫ່ງຊາດ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ອົງການຮ່ວມມືກັບປະເທດລາວ (CCL), ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາກາໃນເຂດຊົນນະບົດ (ລພຊ), ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA), ສະມາຄົມລ້ຽງເຜິ້ງທໍາມະຊາດແບບຍືນຍົງ (ສຊບ) ແລະ ຄູ່ຮ່ວມງານຂອງລັດຖະບານ.
ອີກເທື່ອໜຶ່ງ, ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ມາຮ່ວມແລກປ່ຽນບົດຮຽນນຳກັນ.
ທ່ານສາມາດດາວໂຫຼດບົດນຳສະເໜິໄດ້ຈາກດ້ານລຸ່ມ