ການກຳຈັດໄຂ້ຍຸງລາຍ ໂດຍການແຜ່ຍຸງລາຍເປັນໜຶ່ງໃນຫົວຂໍ້ທີ່ແປກໃໝ່ ແລະ ໜ້າສົນໃຈຫຼາຍສຳລັບອົງກອນສະມາຊິກ SUN CSA ລາວ.
ໃນຕອນເຊົ້າທີ່ຜ່ານມາກິດຈະກຳເວທີສົນທະນາອອນໄລນ໌ກໍສຳເລັດໄປດ້ວຍດີ ພ້ອມມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານຈາກອົງການຕ່າງໆ ເຊິ່ງນຳພາໂດຍ ທ່ານ ນາງ ດຣ. ພຸດມະນີ ທຳມະວົງ ຈາກອົງການຊ່ວຍເຫຼືອເດັກສາກົນ ພາຍໃຕ້ຫົວຂໍ້: “ຢຸດໄຂ້ຍຸງລາຍ ໂດຍການແຜ່ຍຸງລາຍ – ການຈັດຕັ້ງປະຕິບັດໂຄງການທົດລອງ”. ການນຳສະເໜີໃນມື້ນີ້ແມ່ນເຕັມໄປດ້ວຍເນື້ອຫາທີ່ສຳຄັນ ແລະ ເປັນປະໂຫຍດຕໍ່ກັບທັງພະນັກງານທີ່ເຮັດວຽກດ້ານສາທາລະນະສຸກ ແລະ ບຸກຄົນທົ່ວໄປເນື່ອງຈາກໄຂ້ຍຸງລາຍເປັນສິ່ງທີ່ເຮົາໄດ້ພົບເຫັນ ແລະ ຮູ້ຈັກກັນມາດົນນານແລ້ວ. ນອກນັ້ນໃນບົດສົນທະນາຍັງໄດ້ເວົ້າເຖິງ ປັດໄຈຕ່າງໆຂອງການແຜ່ເຊື້ອ ແລະ ຂະບວນການຂອງໂຄງການທີ່ອະທິບາຍກ່ຽວກັບວີທີການໃນການກຳຈັດໄຂ້ຍຸງລາຍ, ສ່ວນຈະມີປັດໄຈ ແລະ ການກຳຈັດໄຂ້ຍຸງລາຍໃນຮູບແບບໃດນັ້ນ ສາມາດເຂົ້າໄປເບິ່ງບັນທຶກວີດີໂອຍ້ອນຫຼັງໄດ້ທີ່ (Link)
ຂໍຂອບໃຈ ທ່ານ ນາງ ດຣ. ພຸດມະນີ ແລະ ທີມທີ່ໄດ້ມາແບ່ງປັນບົດຮຽນກັບພວກເຮົາ ແລະ ຂອບໃຈທຸກທ່ານທີ່ເຂົ້າຮ່ວມສົນທະນາ.