ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບ ວຽກງານການບໍລິຈາກນໍ້ານົມແມ່ໂດຍ ສະມາຄົມສົ່ງເສີມສຸຂະພາບຄອບຄົວ, ທ່ານສາມາດເຂົ້າຮ່ວມເວທີສົນທະນາ SUN CSA ໃນວັນສຸກນີ້ໄດ້.
ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:
1. ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.

ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.
ທ່ານໃດຕ້ອງການເຂົ້າຮ່ວມກິດຈະກຳສາມາດຂໍລິ້ງໄດ້ທີ່ info@suncsalaos.org