- Home
- >
- ສະມາຊິກ
ສະມາຊິກ
SUN CSA ລາວ ມີສະມາຊິກຫຼາຍກວ່າ 70 ອົງກອນ, ລວມທັງທີ່ເປັນສະມາຄົມບໍ່ຫວັງຜົນກຳໄລ, ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ, ວິສາຫະກິດທາງສັງຄົມ ແລະ ໜ່ວຍງານເພື່ອການປະສານງານ.
ສະມາຊິກທັງໝົດແມ່ນເຮັດວຽກຮ່ວມກັບລັດຖະບານ ແຫ່ງ ສປປ ລາວ ເພື່ອປັບປຸງສະຸະນະດ້ານໂພຊະນາການຂອງຊຸຸມຊົນໃນທົ່ວປະເທດ. ບັນດາສະມາຊິກແມ່ນເຮັດວຽກໃນຫຼາຍຂົງເຂດທີ່ແຕກຕ່າງກັນເຊັ່ນ: ສາທາ, ກະສິກຳ, ການສຶກສາ ແລະ ເສດຖະກິດ, ເຫຼົ່ານີ້ເປັນຕົ້ນ. ບັນດາສະມາຊິກຍັງເຮັດວຽກຢູ່ຫຼາຍແຂວງ ແລະ ຫຼາຍເມືອງໃນ ສປປ ລາວ.
ນຳໃຊ້ແຜນທີ່ເພື່ອຄົ້ນຫາຂໍ້ມູນກ່ຽວກັບພື້ນທີ່ໃນການເຮັດວຽກຂອງແຕ່ລະອົງກອນ ແລະ ໂຄງການຂອງພວກເຂົາ.
ເນື່ອງຈາກຂໍ້ມູນການຕິດຕໍ່ຂອງຜູ້ທີຮັບຜິດຊອບແມ່ນມີການປ່ຽນແປງຢູ່ຕະຫຼອດ, ຖ້າທ່ານຕ້ອງການຮູ້ຂໍ້ມູນການຕິດຕໍ່ຂອງສະມາຊິກ ແລະ ຈຸດປະສານງານດ້ານວຽກງານໂພຊະນາການ, ກະລຸນາຕິດຕໍ່ຫາກອງເລຂາ SUN CSA – ຊຶ່ງລາຍລະອຽດແມ່ນຢູ່ໃນ ໜ້າການຕິດຕໍ່. ທ່ານຍັງສາມາດຄົ້ນຫາຂໍ້ມູນການຕິດຕໍ່ຂອງອົງກອນທີ່ເປັນ INGOs ໄດ້ທີ່ INGO Directory ແລະ ສຳລັບ NPAs ແມ່ນທີ່ ເວັບໄຊທ໌ຂອງອົງການຈັດຕັ້ງທາງສັງຄົມ. ຂໍ້ມູນການຕິດຕໍ່ເຫຼົ່ານີ້ອາດບໍ່ແມ່ນຂໍ້ມູນຂອງຈຸດປະສານງານດ້ານວຽກງານໂພຊະນາການໂດຍສະເພາະ.
ສະມາຊິກແມ່ນເຮັດວຽກໃນລະດັບຊາດ, ແຂວງ ແລະ ເມືອງ
ແຜນທີ່ນີ້ສະແດງໃຫ້ເຫັນວ່າສະມາຊິກມີການຈັດຕັ້ງປະຕິບັດກິດຈະກຳຢູ່ຫຼາຍພື້ນທີ່ໃນ ສປປ ລາວ. ຄລິກໃສ່ແຂວງເພື່ອເບິ່ງວ່າມີໂຄງການທີ່ຈັດຕັ້ງປະຕິບັດຢູແຕ່ລະເມືອງ. ປ່ຽນເປັນລະດັບຊາດ, ຢູ່ມຸມຂວາດ້ານເທິງ, ເພື່ອເບິ່ງສະມາຊິກທີ່ເຮັດວຽກໃນລະດັບຊາດ.
ຕ້ອງການເປັນສະມາຊິກ
ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການຂອງລາວ ຫຼື SUN CSA ລາວ ແມ່ນເປີດຮັບສະມາຊິກໃໝ່ສະເໝີ. ບັນດາອົງກອນທີ່ເປັນສະມາຊິກຂອງພວກເຮົາ ແມ່ນເຮັດວຽກກ່ຽວກັບຫຼາຍຂົງເຂດວຽກງານຢູ່ໃນປະເທດລາວເຊັ່ນ: ກະສິກຳ, ສຸຂະພາບ, ການສຶກສາ, ນ້ໍາສະອາດ, ສຸຂາພິບານ ແລະ ອະນາໄມ (WASH), ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ອື່ນໆອີກຫຼາຍຂົງເຂດ. ສິ່ງທີ່ພວກເຮົາທັງໝົດມີຄືກັນແມ່ນຄວາມປາຖະໜາທີ່ຈະປັບປຸງວຽກງານໂພຊະນາການພາຍໃນຂົງເຂດວຽກງານເຫຼົ່ານີ້.
ສະມາຊິກຂອງ SUN CSA ລາວ. ສະມາຊິກສົມບູນ, ຊຶ່ງແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ທີ່ມີຄວາມປະສົງປັບປຸງວຽກງານໂພຊະນາການໃນ ສປປ ລາວ. ບັນດາສະມາຊິກເຫຼົ່ານັ້ນສາມາດເປັນອົງການຈັດຕັ້ງສາກົນ ຫຼື ຫຼື ລະດັບຊາດ. ເບິ່ງເງື່ອນໄຂຢູ່ດ້ານລຸ່ມ. ສະມາຊິກແບບມີສ່ວນຮ່ວມແມ່ນບັນດາອົງການຈັດຕັ້ງທີ່ບໍ່ໄດ້ລົງທະບຽນໃນ ສປປ ລາວ ຫຼື ເປັນບຸກຄົນທີ່ບໍ່ໄດ້ເຂົ້າຮ່ວມແບບເຕັມເວລາກັບອົງກອນໃດໜຶ່ງ ແຕ່ເຮັດວຽກເພື່ອປັບປຸງໂພຊະນາການ.
ຖ້າທ່ານມີຄຳຖາມໃດກໍ່ຕາມກ່ຽວກັບການເປັນສະມາຊິກ ຫຼື ມີຄວາມປະສົງລົງທະບຽນເພື່ອເປັນສະມາຊິກ, ກະລຸນາຕິດຕໍ່ SUN CSA ລາວ ຜ່ານທາງອີເມລ໌.
ກ. ສະມາຊິກສົມບູນ
ການເປັນສະມາຊິກສົມບູນ ຊ່ວຍໃຫ້ອົງກອນສາມາດມີສ່ວນຮ່ວມຢ່າງເຕັມທີ່ໃນກິດຈະກຳ ແລະ ເຫດການຕ່າງໆຂອງ SUN CSA, ລວມທັງການລົງຄະແນນສຽງໃນກອງປະຊຸມສາມັນປະຈຳປີຂອງ SUN CSA ແລະ ການສະ ເໜີຊື່ຜູ້ສະໝັກເພື່ອເຂົ້້າຮ່ວມໃນຄະນະບໍລິຫານງານ.
ອົງກອນຂອງທ່ານຈະຕ້ອງມີຢ່າງໜ້ອຍ 1 ຂໍ້ຂອງເງື່ອນໄຂດ້ານລຸ່ມນີ້:
- ມີສ່ວນຮ່ວມໃນການພັດທະນາປະເທດລາວ ແລະ;
- ເປັນອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ, ອົງການກາແດງ ຫຼື ອົງການຈັດຕັ້ງອື່ນໆທີ່ດຳເນີນງານຕາມຈຸດມຸ່ງໝາຍຂອງ SUN CSA, ທີ່ຈົດທະບຽນຢູ່ໃນປະເທດຂອງເຂົາເຈົ້າ.
- ເປັນສະມາຄົມບໍ່ຫວັງຜົນກຳໄລ (NPA) ຫຼື ກິດຈະການເພື່ອສັງຄົມທີ່ດຳເນີນການໃນ ສປປ ລາວ.
- ຈັດຕັ້ງປະຕິບັດໂຄງການ ຫຼື ໃຫ້ທຶນແກ່ໂຄງການ, ບົດຄົ້ນຄວ້າ ຫຼື ກິດຈະກຳການພັດທະນາອື່ນໆໃນ ສປປ ລາວ.
- ໃຫ້ຄວາມຊ່ວຍເຫຼືອດ້ານມະນຸດສະທຳ ຫຼື ການພັດທະນາ ໃນລັກສະນະທີ່ບໍ່ເລືອປະຕິບັດ..
- ບໍ່ແມ່ນອົງການຈັດຕັ້ງທີ່ຂຶ້ນກັບລັດຖະບານ.
- ບໍ່ເຂົ້້າຮ່ວມໃນກິດຈະກຳທີ່ຂັດແຍ້ງກັບຈຸດມຸ່ງໝາຍຂອງ SUN CSA (ເຊັ່ນ: ສະໜັບສະໜູນຫຼັກການສາກົນຂອງການຕະຫຼາດຜະລິດຕະພັນທົດແທນນົມແມ່).
ຂ. ສະມາຊິກແບບມີສ່ວນຮ່ວມ
ການເປັນສະມາຊິກແບບມີສ່ວນຮ່ວມແມ່ນສຳລັບອົງກອນ ຫຼື ບຸກຄົນທີ່ບໍ່ມີເງື່ອນໄຂໃນການເປັນສະມາຊິກສົມບູນ ແຕ່ມີບົດບາດໃນການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງກັບໂພຊະນາການ. ສະມາຊິກແບບມສ່ວນຮ່ວມຈະສາມາດມີສ່ວນຮ່ວມໃນກິດຈະກຳ ແລະ ເຫດການຕ່າງໆຂອງ SUN CSA ໄດ້, ແຕ່ບໍ່ສາມາດລົງຄະແນນສຽງໃນກອງະຊຸມສາມັນປະຈຳປີ ຫຼື ເຂົ້້າຮ່ວມໃນຄະນະບໍລິຫານງານໄດ້.
ອົງກອນຂອງທ່ານຈະຕ້ອງມີຢ່າງໜ້ອຍ 1 ຂໍ້ຂອງເງື່ອນໄຂດ້ານລຸ່ມນີ້:
- ເປັນອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານທີ່ຢູໃນຂັ້ນຕອນການຈົດທະບຽນ ແລະ ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວວຽກງານໃນ ສປປ ລາວ.
- ເປັນທີ່ປຶກສາອິດສະຫຼະ ຫຼື ຜູ້ຊ່ຽວຊານດ້ານວິຊາການທີ່ສະໜັບສະໜູນກິດຈະກຳທີ່່ກ່ຽວຂ້ອງກັບໂພຊະນາການ ແລະ ຈຸດປະສົງຂອງ SUN CSA.
- ບໍ່ແມ່ນອົງການຈັດຕັ້ງ ຫຼື ພະນັກງານຂອງລັດຖະບານ.