ເວທີສົນທະນາປະຈຳວັນສຸກຂອງ SUN CSA: ເຄື່ອງມືເພື່ອການສຶກສາ ແລະ ສື່ສານກ່ຽວກັບວຽກງານສຸຂະພາບຈະເລີນພັນ
ວັນທີ: ວັນສຸກທີ 14 ຕຸລາ 2022, ເວລາ 9-10 ໂມງ
ຜູ້ນຳສະເໜີ: ທ່ານ ວັນທະນາ ກຸນນາວັນ, ຜູ້ຈັດການວຽກງານການຕະຫຼາດ ແລະ ການສື່ສານ ຈາກອົງການ PSI
ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ
ທ່ານຈະໄດ້ຮຽນຮູ້ກ່ຽວກັບບັນດາເຄື່ອງມືທີ່ໃຊ້ເຂົ້າໃນການວາງແຜນສູຂະພາບ ແລະ ວາງແຜນຄອບຄົວສຳລັບແມ່ຍິງ ເພື່ອສະໜັບສະໜູນແຜນງານ BCC, PBCC ແລະ SBCC; ເຄື່ອງມືສຳລັບສື່ສັງຄົມອອນໄລນ໌ ແລະ ສື່ດິຈິຕອລ໌ ທີ່ໃຊ້ເຂົ້າໃນການສະໜັບສະໜູນວຽກງານສື່ສານກ່ຽວກັບ ການວາງແຜນສູຂະພາບ ແລະ ວາງແຜນຄອບຄົວສຳລັບແມ່ຍິງ ແລະ ເຄື່ອງມືທີ່ກ່ຽວຂ້ອງອື່ນໆ. ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມ, ສາມາດເຂົ້າຮ່ວມເວທີສົນທະນາ SUN CSA ໃນວັນສຸກນີ້ໄດ້.
ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:
- ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
- ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
- ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.
ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.
ຖ້າທ່ານໃດຕ້ອງການທີ່ຈະເຂົ້າຮ່ວມກິດຈະກຳແມ່ນສາມາດຂໍລິ້ງເຂົ້າຮ່ວມໄດ້ທີ່ info@suncsalaos.org