ຂໍສະແດງຄວາມຊົມເຊີຍສູນໂພຊະນາການ, ບຸກຄະລາກອນທາງການແພດ ແລະ ຢູ່ຮ່ວມງານຈາກ CSOs ທີ່ໄດ້ເປີດບູດເພື່ອເຜີຍແຜ່ຂໍ້ມູນກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່ໃຫ້ແກ່ປະຊາຊົນໃນໄລຍະຜ່ານມາບໍ່ດົນນີ້! ກິດຈະກຳເຜີຍແຜ່ຂໍ້ມູນດັ່ງກ່າວໄດ້ຖືກຈັດຂຶ້ນຢູ່ 3 ແຂວງຄື: ຢູ່ຕະຫຼາດກາງຄືນ ນະຄອນຫຼວງວຽງຈັນ ໃນວັນທີ 6-7 ສິງຫາ, ຢູ່ຕະຫຼາດເຊົ້າ ແລະ ຕະຫຼາດກາງຄືນແຂວງຫຼວງພະບາງ ໃນວັນທີ 20-21 ສິງຫາ ແລະ ຢູ່ແຄມຂອງ ແຂວງສະຫວັນນະເຂດ ໃນວັນທີ 9-10 ກັນຍາ. ມີປະຊາຊົນຈຳນວນຫຼາຍພັນຄົນໄດ້ເຂົ້າມາຢ້ຽມຢາມບູດ ແລະ ສອບຖາມຂໍ້ມູນກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່, ໃນນັ້ນລວມມີຜູ້ເປັນແມ່, ພໍ່, ພໍ່ເຖົ້າ ແລະ ແມ່ເຖົ້າ, ຕະຫຼອດເຖິງສະມາຊິກຄົນອື່ນໆໃນຄອບຄົວ. ໃນຕະຫຼອດກິດຈະກຳດັ່ງກ່າວ ໄດ້ມີການຖາມ-ຕອບເພື່ອຮັບຂອງລາງວັນນຳອີກ.
ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການໃນ ສປປ ລາວ ໄດ້ມອບເຄື່ອງຈຳນວນໜຶ່ງເພື່ອເປັນຂອງລາງວັນສຳລັບກິດຈະກຳດັ່ງກ່າວ, ຊຶ່ງປະກອບມີ ຈອກຈຳນວນ 120 ໜ່ວຍ ແລະ ຄັນຮົ່ມຈຳນວນ 140 ຄັນ. ຂໍຂອບໃຈມາຍັງ ອົງການແພລນສາກົນ ແລະ ສະຫະພາບເອີຣົບ ທີ່ໄດ້ສະໜອງງົບປະມານໃນການຜະລິດເຄື່ອງດັງກ່າວ.