- Home
- >
- ກ່ຽວກັບພວກເຮົາ
- >
- ພວກເຮົາແມ່ນໃຜ
Highlight
ພວກເຮົາແມ່ນໃຜ
SUN CSA ລາວ ເປັນເຄືອຂ່າຍທາງການຂອງອົງການຈັດຕັ້ງທາງສັງຄົມຫຼາຍກວ່າ 60 ອົງກອນ ທີ່ສຸມໃສ່ການປັບປຸງໂພຊະນາການຂອງປະຊາຊົນລາວ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ ໃນໄລຍະ 1,000 ວັນທຳທິດຂອງຊີວິດ. SUN CSA ລາວ ໄດ້ຮັບການສ້າງຕັງຂຶ້ນໃນປີ 2014 ເພື່ອປະສານງານ ແລະ ສະໜັບສະໜູນອົງການຈັດຕັ້ງທາງສັງຄົມ ຜ່ານການສ້າງທັກສະໃນການເຮັດວຽກງານໂພຊະນາການແບບເຊື່ອມສານ ແລະ ການຮຽນຮູ້ຈາກແນວທາງການປະຕິບັດທີ່ດີທີ່ສຸດ. ສະມາຊິກຂອງ SUN CSA ສະໜັບສະໜູນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ ເພື່ອເລັ່ງໃສ່ການລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວທີ່ຢູ່ໃນລະດັບທີ່ຮ້າຍແຮງ (SDG1 & SDG2).
SUN CSA ລາວ ເປັນເຄືອຂ່າຍທີ່ຂັບເຄື່ອນໂດຍສະມາຊິກ. ສະມາຊິກທັງໝົດແມ່ນມີສ່ວນຮ່ວມຢ່າງຫ້າວຫັນ ເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນ. ຂໍ້ມູນທັງໝົດແມ່ນມາຈາກບັນດາສະມາຊິກທີ່ເປັນອົງການຈັດຕັ້ງທາງສັງຄົມລາວ ທັງໃນລະດັບຊາດ ແລະ ສາກົນ.
SUN CSA ລາວ ໄດ້ສ້າງຕັ້ງກອງເລຂາຂຶ້ນເພື່ອຊ່ວຍປະສານງານກ່ຽວກັບຂໍ້ມູນ ແລະ ບັນດາກິດຈະກຳທີ່ສຳຄັນສຳລັບສະມຊິກ. ມາຮອດປີ 2020, ກອງເລຂາປະກອບມີຜູ້ປະສານງານ 1 ຄົນ ແລະ ຜູ້ຊ່ວຍ 1 ຄົນ, ມີຫ້ອງການຕັ້ງຢູ່ອົງການແພລນສາກົນປະຈຳລາວ. ງົບປະມານສຳລັບພະນັກງານ ແລະ ຫ້ອງການຂອງກອງເລຂານັບແຕ່ປີ 2017 ເປັນຕົ້ນມາແມ່ນໄດ້ຮັບການສະໜັບສະໜູນຈາກ ສະຫະພາບເອີຣົບ ໂດຍຜ່ານໂຄງການຂອງອົງການແພລນສາກົນ. ກອງເລຂາຍັງໄດ້ຮັບການສະໜັບສະໜູນດ້ານທີ່ປຶກສາແບບບໍ່ເຕັມເວລາ, ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ນັບແຕ່ປີ 2019 ເປັນຕົ້ນມາ.

ຄະນະບໍລິຫານງານ SUN CSA ລາວ
SUN CSA ລາວໄດ້ຮັບການບໍລິຫານງານໂດຍ ຄະນະທີ່ມາຈາກອົງກອນສະມາຊິກຂອງ SUN CSA ບໍລິຫານທີ່ອາສາສະໝັກເຂົ້າມາປະຕິບັດໜ້າທີ່ນີ້. ລຸ່ມນີ້ແມ່ນລາຍຊື່ຂອງຄະນະບໍລິຫານງານ SUN CSA ທີ່ກຳລັງປະຕິບັດໜ້າທີ່ ແລະ ສິ້ນສຸດໜ້າທີ່ແລ້ວ.
