- Home
- >
- ກ່ຽວກັບພວກເຮົາ
- >
- ຈຸດປະສົງຂອງພວກເຮົາ
Highlight
ອົງການບັນເທົາທຸກກາໂຕລິກ ຫຼື CRS ກຳລັງສ້າງພົດຈະນານຸກົມຄຳສັບວ ...
ຈຸດປະສົງຂອງພວກເຮົາ
ສະມາຊິກທັງໝົດຂອງ SUN CSA ລາວ ເຮັດວຽກຮ່ວມກັນເພື່ອສຸມໃສ່ຄວາມພະຍາຍາມເພື່ອບັນລຸເປົ້າໝາຍທີ່ຍິ່ງໃຫຍ່ຮ່ວມກັນ ຫຼາຍກວ່າການເຮັດວຽກແບບພໍໃຜພໍລາວ. ຈຸດປະສົງລວມຂອງພວກເຮົາແມ່ນສຸມໃສ່:
- ການປະສານງານເພື່ອໃຫ້ວຽກງານໂພສະນາການໄດ້ຮັບການປັບປຸງ: ຮັບປະກັນໃຫ້ອົງການຈັດຕັ້ງທາງສັງຄົມໃນລາວມີຄວາມຍືນຍົງ, ທີ່ສາມາດປັບປຸງວຽກງານໂພຊະນາການທົ່ວປະເທດ, ໂດຍສອດຄ່ອງກັບບຸລິມະສິດແຫ່ງຊາດ ແລະ ຂະບວນການເຄື່ອນໄຫວເພື່ອສົ່ງເສີມໂພຊະນາການສາກົນ.
- ສົ່ງເສີມໂພສະນາການ: ກຳນົດບຸລິມະສິດຂອງວຽກງານຂໍການສະໜັບສະໜູນ, ລວມເຖິງບົດບາດຍິງ-ຊາຍ ແລະ ຊົນເຜົ່າ ເພື່ອການປ່ຽນແປງນະໂຍບາຍທາງບວກຂອງລັດ ແລະ ບັັນດາຄູ່ຮ່ວມພັດທະນາອື່ນໆ.
- ເພີ່ມຄວາມຮູ້ດ້ານໂພສະນາການ: ສະໜັບສະໜຸນການດຳເນີນໂຄງການບົນພື້ນຖານດ້ານຫຼັກຖານ ໂດຍຜ່ານການຄົ້ນຄວ້າ, ບໍລິຫານຈັດການຄວາມຮູ້ ແລະ ຊ່ອງທາງຕ່າງໆໃນການຮຽນຮູ້.
- ແບ່ງປັນຂໍ້ມູນກ່ຽວກັບໂພຊະນາການ: ເຊື່ອມສານຂໍ້ຄວາມດ້ານໂພຊະນາການເພື່ອສ້າງການປ່ຽນແປງທາງດ້ານພຶດຕິກຳຂອງຄົນໃນແຕ່ລະຄົວເຮືອນ, ໃນໜ່ວຍງານເອກະຊົນ ແລະ ໃນໜ່ວຍງານໂພຊະນາການຂະແໜງການອື່ນໆທີ່ບໍ່ແມ່ນແບບດັ້ງເດີມ.
- ສະໜັບສະໜຸນກິດຈະກຳທີ່ກ່ຽວຂ້ອງກັບວຽກງານໂພຊະນາການ: ພັດທະນາ ແລະ ສົ່ງເສີມຊັບພະຍາກອນ ແລະ ກິດຈະກຳດ້ານໂພຊະນາການບົນພື້ນຖານດ້ານຫຼັກຖານ.
ຈຸດສຸມທີ່ສຳຄັນຂອງວຽກງານຂອງພວກເຮົາແມ່ນກ່ຽວກັບ 1,000 ວັນທຳອິດຂອງຊີວິດ.
